ບ້ານຫ້ວຍຫອຍ ຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ຄະນະໜ່ວຍໄກ່ເກ່ຍຂັ້ນບ້ານ

ໃນວັນທີ 19 ຕຸລາ 2021 ຢູ່ຫ້ອງການ ບ້ານ ຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຊຸດຝືກອົບຮົມ ສ້າງຄວາມເຂັ້ມແຂ່ງໃຫ້ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ, ປະທານກວດ ກາພັກ-ລັດເມືອງ ມີຫົວໜ້າຫ້ອງການຍຸຕິທຳເມືອງ, ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ຄະນະໜ່ວຍໄກ່ເກ່ຍຂັ້ນບ້ານ, ຕ່າງໜ້າບໍລິສັດພອນສັກ ແລະ ແຂກຖືກເຊີນ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ພິທີ ທ່ານ ບູນມາ ຢົງໜ້າວ່າງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຂື້ນຜ່ານ ບົດລາຍງານກ່ຽວກັບການກະກຽມໃຫ້ແກ່ການເປີດຊຸດອົບຮົມສ້າງຄວາມເຂັ້ມແຂງ ໃຫ້ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ເຊີ່ງໃນເບື້ອງຕົ້ນໄດ້ເກັບກຳຂໍ້ມູນໃນການກະກ່ຽມຈັດຊຸດອົບຮົມ ແລ້ວສະເໜີໃຫ້ທາງບໍລິສັດພອນສັກຜູ້ໃຫ້ງົບປະມານໃນການຈັດຝືກອົບຮົມ ພ້ອມສ້າງແຜນວຽກຕາມ 05 ວຽກຈຸດສູມຄື: ວຽກການປັບປຸງໜ່ວຍແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ວຽກເກັບກຳສະຖິຕິຄອບຄົວປະຕິບັດກົດໝາຍ, ວຽກງານເກັບກຳສະຖິຕິເດັກຕາມເກນອາຍຸ ທີ່ທາງກະຊວງວາງອອກ, ວຽກໂຄສະນາ, ເຜີຍແຜ່ກົດໝາຍຕາມໂທລະໂຄ່ງພາຍໃນເມືອງ ແລະ ວຽກຊ່ວຍເຫຼືອລ້າທາງດ້ານກົດໝາຍ.

ພິທີ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຫ້ອງການຍຸຕິທຳເມືອງ ວ່າດ້ວຍການແຕ່ງຕັ້ງພະນັກງານຫ້ອງການຍຸຕິທຳ ລົງເຄື່ອນໄຫວ 4 ວຽກຈຸກສຸມຟື້ນຟູຊິວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ.

ຈຸດປະສົງ ກໍ່ເພື່ອເປັນການຝືກຄວາມເຂັ້ມແຂງ ຄວາມຮູ້ຄວາມສາມາດ ແລະ ວິທີການແກ້ໄຂຂໍ້ຂັດແຍ່ງຕ່າງໆ ໃຫ້ໜ່ວຍໄກ່ເກ່ຍຂອງບ້ານ ໃຫ້ມີຄວາມຮູ້ໂດຍພື້ນຖານ ໃນການໄກ່ເກ່ຍຄະດີຕ່າງໆ ທີ່ເກີດຂື້້ນຢູ່ພາຍໃນບ້ານ.

About admins14