ບ້ານຫາດດອນຄູນ ສໍາເລັດກອງປະຊຸມໃຫ່ຍຄັ້ງທີ Il ຄະນະພັກຮາກຖານຂອງຕົນ.

ໃນວັນທີ 7 ກໍລະກົດ 2021 ນີ້.ຢູ່ສະໂມສອນຂອງບ້ານ ຫາດດອນຄູນ ເມືອງບໍລິຄັນ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ II ຄະນະພັກຂອງຄົນຂື້ນ ໂດຍການປະທານຂອງ ສະຫາຍ ຄໍາກອງ ມະໂນນຸກຸນ ເລຂາຄະນະພັກຮາກຖານບ້ານ ຫາດດອນຄູນ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວັນເລີນ ປຸ້ຍໄມນີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເຈົ້າເມືອງບໍລິຄັນ, ມີຄະນະປັບປຸງລະບົບການຈັດຕັ້ງຂັ້ນເມືອງ, ແຂກຖືກເຊີນ, ສະມາຊິກພັກ ພາຍໃນບ້ານຂອງຕົນເຂົ້າຮ່ວມ.

ໃນວາລະດໍາເນີນກອງປະຊຸມ ສະຫາຍ ຄໍາກອງ ມະໂນນຸກຸນ ເລຂາຄະນະພັກຮາກຖານບ້ານຫາດດອນຄູນ ໄດ້ຂື້ນຜ່ານບົດສະຫຼບການຊີ້ນໍາ-ນໍາພາຂອງບ້ານໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສະມາຊີກພັກຂອງພວກເຮົາໄດ້ນໍາເອົາແນວທາງນະໂຍບາຍຂອງພັກມະຕິຄໍາສັ່ງກົດໝາຍຂອງລັດລົງເຊື່ອມຊືມໃຫ້ແກ່ສະມາຊິກພັກ, ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເປັນປະຈໍາ, ເຮັດໃຫ້ອໍານາດການປົກຄອງ ພໍ່ແມ່ປະຊາຊົນມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງເຊື່ອໜັ້ນຕໍ່ການນໍາພາ, ເດີນໄປຕາມແນວທາງການປ່ຽນແປງໃໝ່ຂອງພັກ, ຮູ້ຈັກຈໍາແນກມິດສັດຕູໄດ້ຈະແຈ້ງເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ມີຄວາມເປັນລະບຽບຮຽບຮ້ອຍ ປະກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂຢ່າງທັນການ, ການພັດທະນາເສດຖະກິດສັງຄົມໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງມັນສະແດງອອກຄອບຄົວທຸກຍາກໄດ້ຫຼຸດລົງ, ລາຍຮັບເພີ່ມຂື້ນ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ

ລະບົບສຶກສາ, ສາທາລະນະສຸກ, ໄດ້ຮັບການພັດທະນາສາມາດປະກາດເປັນບ້ານຈົບຊັ້ນປະຖົມ, ຄອບຄົວສາທາລະນະສຸກ, ຄອບຄົວວັດທະນະທໍາ, ຄອບຄົວປອດຄະດີເພີ່ມຂື້ນ, ອັນນັ້ນແມ່ນສິ່ງທີຢັ້ງຢືນ ເຖີງຜົນງານໃນການຊີ້ນໍາ-ນໍາພາບາງອັນທີສະແດງອອກ, ຈາກນັ້ນຄະນະພັກບ້ານຊຸດເກົ່າໄດ້ກ່າວອໍາລາໜ້າທີ່ ແລະໄດ້ປ່ອນບັດເພື່ອຄັດເລືອກເອົາຄະນະພັກບ້ານຊຸດໃໝ່ ໂດຍມີຜູ້ສະຫມັກ 7 ສະຫາຍ ຄັດເລືອກເອົາ 5 ສະຫາຍ, ຜົນການປ່ອນບັດເລືອກໄດ້ ສະຫາຍ ຄໍາກອງ ມະໂນນຸກຸນ ເປັນເລຂາພັກຮາກຖານບ້ານ, ສະຫາຍ ສຸກສັນ ໄຊຍະລາດ ເປັນຮອງເລຂາ, ສະຫາຍ ນາງ ຂັນແກ້ວ ທໍາມະວົງ ເປັນປະທານກວດກາ, ສະຫາຍ ພອນໄຊ ຈັນທະວິໄລ ແລະ ສະຫາຍ ບຸນເພັງ ບົວພາສິດ ເປັນຄະນະ.

About admin11