ບ້ານວັງຫີນ ເປີດຂະບວນການ ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ

      ໃນວັນທີ 7 ກຸມພາ 2022 ຢູ່ຫ້ອງການບ້ານວັງຫີນ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ຈັດພິທີ ເປີດຂະບວນການແກ້ໄຂບັນຫາຢາເສບຕິດ ໂດຍເປັນກຽດເຂົ້າຮ່ວມ ແລະ ກ່າວເປີດພິທີຂອງທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ມີພະນັກງານກອງບັນຊາການ ປກສ ເມືອງ, ມີພາກສ່ວນທີ່ກ່ຽວຂ້ອງ, ການຈັດຕັ້ງ 5 ຕໍາແໜ່ງງານຂອງບ້ານ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຜ່ານບັນດາເອກະສານ ກ່ຽວກັບການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ເປັນຕົ້ນແມ່ນ ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ – ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ຜ່ານປະມວນກົດໝາຍອາຍາບາງມາດຕາ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ແລະ ຜ່ານແຜນການດໍາເນີນງານຜັນຂະຫຍາຍວາລະແຫ່ງຊາດໃນການຈັດຕັ້ງປະຕິບັດແກ້ໄຂ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດຢູ່ບ້ານວັງຫີນ.

ໂດຍຄະນະຮັບຜິດຊອບ ຈະໄດ້ເກັບກຳຂໍ້ມູນ ຂື້ນບັນຊີບັນດາກຸ່ມເປົ້າໝາຍ ຜູ້ເສບຢາເສບຕິດ ແລະ ກຸ່ມຊື້ – ຂາຍ, ຂົນສົ່ງ ມາສຶກສາອົບຮົມ, ສ້າງບົດບັນທຶກປະຕິຍານໃຫ້ຢຸດເຊົາ ແລ້ວມອບໃຫ້ ປກສ ກຸ່ມ, ອໍານາດການປົກຄອງບ້ານຕິດຕາມ, ກວດກາຕໍ່ໄປ.

ຈຸດປະສົງ ກໍ່ເພີ່ອເປັນການແກ້ໄຂການແຜ່ລະບາດຂອງຢາເສບຕິດພາຍໃນບ້ານໃຫ້ຄ່ອຍໝົດໄປ.​

ທ່ານ ຮອງເຈົ້າເມືອງວຽງທອງ ໄດ້ໂອ້ລົມ ຊີ້ນຳໃຫ້ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ຕ້ອງມີສ່ວນຮ່ວມກັບຄະນະຮັບຜິດຊອບ ລະດົມເອົາບັນດາເປົ້າໝາຍມາສຶກສາອົບຮົມ, ສ້າງບົດບັນທຶກ ເພື່ອເຮັດໃຫ້ຂະບວນການແກ້ໄຂບັນຫາຢາເສບຕິດຄັ້ງນີ້ ດໍາເນີນໄປດ້ວຍຜົນສຳເລັດດີ.

 

 

About admin11