ບ້ານບໍ່ ເມືອງບໍລິຄັນ  ເປີດກອງປະຊຸມປ່ອນບັດຄັດເລືອກເອົານາຍບ້ານຊຸດໃໝ່

ໃນຕອນເຊົ້າຂອງວັນທີ່ 13 ພຶດສະພາ 2022 ບ້ານບໍ່ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ໄດ້ເປີດກອງປະຊຸມໃຫຍ່ຂອງບ້ານຂື້ນ ເພື່ອປ່ອນບັດຄັດເລືອກເອົາບຸກຄະລາກອນ ມາເປັນນາຍບ້ານຊຸດໃໝ່, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ພັທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ, ທັງເປັນຜູ້ຊີນຳວຽກຮອບດ້ານ ເຂດ ບ້ານບໍ່, ມີບັນດາຄະນະປັບປຸງລະບົບການຈັດຕັ້ງຂັ້ນເມືອງ, ທ່ານ ພັຕ ຄຳຈັນ ສຸດທິວົງ ຫົວໜ້າການທະຫານກອງຮ້ອຍເອກະລາດ ຄໍ 26, ມີທ່ານ ພັທ ຄຳອາດ ໂງດມະນີ ຫົວໜ້າຫ້ອງການ ປກສ ກຸ່ມບ້ານບໍ່, ມີເລຂາພັກບ້ານ ພ້ອມທັງອົງການຈັດຕັ້ງບ້ານ 07 ຕຳແໜ່ງງານ ເຂົ້າຮ່ວມ.

ທ່ານ ວິວອນ ພົມມະຫາໄຊ ນາຍບ້ານ – ບ້ານບໍ່ ໄດ້ຂື້ນຜ່ານບົດສະຫຼຸບວຽກງານການຊີ້ນຳ – ນຳພາໃນໄລຍະ 05 ປີ ຜ່ານມາ, ບ້ານບໍ່ ເມືອງບໍລິຄັນ ແຂວງບໍລິຄຳໄຊ ປະກອບມີ 02 ເຜົ່າ ຄື: ເຜົ່າລາວລຸ່ມ ແລະ ເຜົ່າມົ້ງ, ມີ 564 ຫຼັງຄາເຮືອນ, ມີ 611 ຄອບຄົວ, ມີ 35 ໜ່ວຍ, ມີພົນລະເມືອງທັງໝົດ 3.796 ຄົນ, ຍີງ 1.796 ຄົນ.

ໃນໄລຍະຜ່ານມາ ອຳນາດການປົກຄອງບ້ານ ພ້ອມດ້ວຍປະຊາຊົນບັນດາເຜົ່າ ໄດ້ຮັບການເຊື່ອມຊືມແນວທາງນະໂຍບາຍຂອງພັກ, ຂໍ້ກຳນົດລະບຽບກົດໝາຍຂອງລັດ, ໂຄສະນາສຶກສາອົບຮົມຫັນເຂົ້າສູ່ລະບຽບກົດໝາຍໃຫ້ເປັນເອກະພາບຕໍ່ແນວທາງຂອງພັກ, ມີສະຕິຕໍ່ກົນອຸບາຍຂອງສັດຕູ, ເຮັດໃຫ້ປະຊາຊົນມີຄວາມຮັບຮູ້ເຂົ້າໃຈຕໍ່ທິດທາງແຜນການ ພັດທະນາເສດຖະກິດ – ສັງຄົມໃນຕໍ່ໜ້າ ເພື່ອຫັນມາເປັນແຜນການ, ແຜນງານພ້ອມກັນພັດທະນາບ້ານຂອງຕົນ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສ້າງລະບຽບບ້ານໄດ້ 01 ຄັ້ງ ແລະ ໄດ້ເຜີຍແຜ່ໃຫ້ປະຊາຊົນຮັບຮູ້ໄດ້ 05 ຄັ້ງ, ໄດ້ເຜີຍແຜ່ມະຕິ, ຄຳສັ່ງ, ແຜນພັດທະນາເສດຖະກິດ – ສັງຄົມ ແລະ ເອກະສານອື່ນໆໄດ້ 07 ຄັ້ງ, ມີຜູ້ເຂົ້າຮ່ວມ 4.900 ຄົນ.

ໄດ້ສ້າງຂະບວນການອານາໄມລວມຂອງບ້ານ ຕ້ານພະຍາດຕ່າງໆ ແລະ ຂ່ຳນັບຮັບຕ້ອນວັນສຳຄັນຂອງເມືອງ, ຂອງແຂວງ, ຂອງຊາດ ໄດ້ 40 ຄັ້ງ, ມີຜູ້ເຂົ້າຮ່ວມ 2.400 ເທື່ອຄົນ, ຂະຫຍາຍສະມາຊິກພັກໄດ້ 06 ສະຫາຍ, ຍິງ 01 ສະຫາຍ, ພ້ອມນັ້ນ ຍັງໄດ້ນຳພາພໍ່ – ແມ່ປະຊາຊົນບັນດາເຜົ່າ ພັດທະນາສ້າງເສດຖະກິດຄອບຄົວໃຫ້ກາຍເປັນສິນຄ້າ ແລະ ມີອາຊີບທີ່ໝັ້ນຄົງ.

ພາຍຫຼັງຄະນະບ້ານຊຸດເກົ່າອຳລາໜ້າທີ່ ກອງປະຊຸມ ກໍ່ໄດ້ດຳເນີນການປ່ອນບັດລົງຄະແນນສຽງເອົາຄະນະບ້ານຊຸດໃໝ່, ໂດຍມີຜູ້ລົງສະໝັກ 7 ທ່ານ, ເລືອກເອົາ 5 ທ່ານ, ຜ່ານການລົງຄະແນນສຽງ ເລືອກໄດ້: ທ່ານ ວີວອນ ພົມມະຫາໄຊ ເປັນເລຂາພັກ,  ທ່ານ ບົວວາລໍ່ ເປັນຮອງເລຂາ ,  ທ່ານ ອຸໄທ ຄຳຈັນລາ ເປັນປະທ່ານກວດກາ,  ທ່ານ ບູນເຮືອງ ສີນຍາວົງ ແລະ ທ່ານ ນາງ ໄມລໍ່ຊົ່ງ ເປັນຄະນະ.

 

About admin11