ບ້ານນ້ຳອ້ອນ ໄດ້ຮັບນາມມະຍົດ ເປັນບ້ານວັດທະນະທຳ ຂອງເມືອງໄຊຈຳພອນ

 

ພິທີປະກາດຮັບຮອງ ບ້ານນ້ຳອ້ອນ ເປັນບ້ານວັດທະນະທຳ ບ້ານທີ 15 ຂອງເມືອງໄຊຈຳພອນ ໄດ້ຈັດຂື້ນໃນວັນທີ 28 ທັນວາ 2020 ຢູ່ບ້ານດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ ບໍລິຄຳໄຊ, ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງໄຊຈໍາພອນ, ມີບັນດາແຂກຖືກເຊີນ ຈາກເມືອງໃກ້ຄຽງ ແລະ ພາກສ່ວນທີ່ກຽ່ວຂ້ອງ ຕະຫຼອດຮອດອຳນາດການປົກຄອງ ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມ.

ບ້ານນໍ້າອ້ອນ ເປັນບ້ານໜຶ່ງ ທີ່ຂຶ້ນກັບເມືອງໄຊຈຳພອນ ແຂວງບໍລິຄຳໄຊ ເຊິ່ງໄດ້ສ້າງຂຶ້ນເມື່ອປີ 1942, ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ບ້ານນໍ້າອ້ອນ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໃນດ້ານພື້ນຖານໂຄງລ່າງ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນບ້ານ ນັບມື້ນັບດີຂຶ້ນເປັນກ້າວໆ ເປັນບ້ານເທດສະບານເມືອງໃໝ່ຂອງເມືອງໄຊຈໍາພອນ ຢູ່ຫ່າງຈາກເທດສະບານເມືອງເກົ່າ ໄປທາງທິດຕາເວັນອອກປະມານ 20 ກິໂລແມັດ, ບ້ານນໍ້າອ້ອນ ມີ 204 ຫຼັງຄາເຮືອນ, ມີ 280 ຄອບຄົວ, ມີພົນລະເມືອງທັງໝົດ 1,274 ຄົນ, ຍິງ 605 ຄົນ, ມີເນື້ອທີ່ທັງໝົດ 5,875 ເຮັກຕາ, ດິນປຸກສ້າງ 208 ຕອນ, ເນື້ອທີ່ນາທັງໝົດ 53,75ເຮັກຕາ, ເນື້ອທີ່ໄຮ່ໝູນວຽນ 26,5 ເຮັກຕາ, ເນື້ອທີ່ສວນ 68,5 ເຮັກຕາ, ເນື້ອທີ່ຄັງລ້ຽງສັດ 365 ເຮັກຕາ, ປະກອບມີ 03 ເຜົ່າຢູ່ຮ່ວມກັນຢ່າງມີຄວາມສຸກ ຄື: ເຜົ່າຕູມ 92 ຫຼັງຄາເຮືອນ, ມີຈໍານວນພົນ 491 ຄົນ, ຍິງ 222 ຄົນ, ເຜົ່າມົ້ງ 67 ຫຼັງຄາເຮືອນ, ມີພົນລະເມືອງ 571 ຄົນ, ຍິງ 284 ຄົນ ແລະ ເຜົ່າລາວລຸ່ມ 45 ຫຼັງຄາເຮືອນ, ມີພົນລະເມືອງ 212 ຄົນ, ຍິງ 99 ຄົນ, ຄວາມເຊື່ອຖືຂອງປະຊາຊົນສ່ວນໃຫຍ່ ແມ່ນຢືດຖືສາສະໜາພຸດ, ສາດສະໜາຜີພໍ່ຜີແມ່, ຜີເຮືອນຜີຊານ ແລະ ຖືເຢຊູຈໍານວນໜຶ່ງ.

ຈາກການປະເມີນຕົວຈິງ ຂອງຄະນະກຳມະການສ້າງບ້ານວັດທະນະທຳຂັ້ນເມືອງ ສາມາດຕີລາຄາຈຳນວນຄົນວັດທະນະທຳທົ່ວບ້ານໄດ້ 80%, ຄອບຄົວວັດທະນະທຳ 71,07 % ແລະ ດ້ານພື້ນຖານໂຄງລ່າງ ທາງເສດຖະກີດຂອງບ້ານ ຫຼື GDP ແລະ ດ້ານອື່ນໆສາມາຕີລາຄາໄດ້ 81,21 %.

About admins16