ບ້ານນາໂທ ຈັດກິດຈະກໍາສາທິດ ພື້ນທີ່ທົດລອງປູກໄມ້ຕີ້ວເສີ່ມ ແລະ ຟື້ນຟູປ່່າຜະລິດ


ໃນວັນທີ 5 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມບ້ານນາໂທ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະເມີນຜົນການຈັດກິດຈະກໍາສາທິດພື້ນທີ່ທົດລອງປູກໄມ້ຕີ້ວເສີ່ມ ແລະ ຟື້ນຟູປ່າຜະລິດເຂດບ້ານນາໂທ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຂັນມີໄຊ ມີພິມວົງ ຮອງຫົວໜ້າຂະແໜງປ່າໄມ້ແຂວງ, ທ່ານ ສະໄຫວ ທໍາມະວົງສາ ຊ່ຽວຊານຈາກກົມປ່າໄມ້ ພ້ອມດ້ວຍທິມງານ ແລະ ພໍ່ແມ່, ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.


ທ່່ານ ໄກ ທໍາມະໄຊ ຫົວໜ້າກຸ່ມວຽກພາກສະໜາມ ໄດ້ລາຍງານການສ້າງແຜນດໍາເນີນກິດຈະກໍາ ໂດຍເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 5 ສິງຫາ 2020, ໄດ້ລົງກວດກາສໍາຫຼວດຟື້ນທີ່ເຂດປ່າຜະລິດຂອງບ້ານນາໂທ ເພື່ອທົດລອງປູກໄມ້ຕີ້ວເສິ່ມຕື່ມ ເພື່ອຈະໄດ້ກໍານົດເປັນສວນສາທິດ, ພາຍຫຼັງສໍາຫຼວດກໍ່ໄດ້ກໍານົດເອົາ 24 ເຮັກຕ່າເຂດປ່າຜະລິດບ້ານນາໂທ ເປັນສວນສາທິດ, ໄດ້ປູກເບ້ຍໄມ້ຕີ້ວຈໍານວນ 4 ພັນກວ່າເບ້ຍ ໂດຍໄດ້ຮັບທຶນສະໜັບໜູນ ຈາກໂຄງການຄຸ້ມຄອງປ່າແບບຍືນນານ ໂດຍປະຊາຊົນມີສ່ວນຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍ່ເພື່ອຊີ້ນໍາໃຫ້ພໍ່ແມ່, ປະຊາຊົນບັນດາເຜົ່າ ເຂົ້າໃຈຕໍ່ລະບຽບ, ກົດໝາຍກ່ຽວກັບປ່າໄມ້ ພ້ອມກັນຕື່ນຕົວປະກອບສ່ວນເປັນຫູເປັນຕາໃຫ້ແກ່ພັກ-ລັດ ແລະ ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາປ່າໄມ້ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງຕະຫຼອດໄປ.

About admin11