ບ້ານນາວັງໄຄ້ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII

ໃນວັນທີ 20 ຕຸລາ 2021 ບ້ານນາວັງໄຄ້ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ດໍາເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂື້ນ ຢູ່ຫ້ອງການບ້ານ ພາຍໃຕ້ການເປັນປະທານຂອງ ສະຫາຍ ບົວແກ້ວ ໄຊບຸນມີ ເລຂາພັກບ້ານ-ນາຍບ້ານນາວັງໄຄ້, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ອາລຸນສັກ ປະທໍາມະວົງ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງວຽງທອງ, ມີພະນັກງານກໍ່ສ້າງຮາກຖານ, ສະມາຊິກພັກ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ບົວແກ້ວ ໄຊບຸນມີ ໄດ້ຂື້ນຜ່ານບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ ໂດຍໄດ້ຕີລາຄາຄືນການຊີ້ນຳ-ນໍາພາຂອງຄະນະພັກ ໃນການປະຕິບັດວຽກງານຢ່າງຮອບດ້ານໄລຍະ 5 ປີ ຜ່ານມາ ເຫັນວ່າ ຄະນະພັກໄດ້ພ້ອມກັນສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊີກພັກ ແລະ ພໍ່ແມ່ປະຊາຊົນ, ເຊື່ອມຊືມແນວທາງການເມືອງຂອງພັກ-ລັດ, ປຸກລະດົມທົ່ວປວງຊົນເຂົ້າຮ່ວມຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງບ້ານ, ຍົກໃຫ້ເຫັນຜົນງານຫຼາຍດ້ານ ທີ່ມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ.

ບ້ານນາວັງໄຄ້ ມີ 184 ຫຼັງ ຄາເຮືອນມີ 224 ຄອບຄົວ, ມີພົນລະເມືອງ 1.042 ຄົນ, ຍິງ 567 ຄົນ, ອາຊີບເຮັດນາ, ເຮັດໄຮ່, ປູກພຶດ ແລະ ລ້ຽງສັດເປັນສຳຮອງ, ທົ່ວບ້ານມີເນື່ອທີ່ທັງໝົດ 395,982 ເຮັກຕ່າ, ພາຍໃນບ້ານມີສັດລ້ຽງປະເພດງົວ ຈໍານວນ 432 ໂຕ, ຄວາຍ146 ໂຕ, ໝູ 51 ໂຕ, ແບ້ 63ໂຕ ແລະ ສັດປີກຈຳນວນ 3876 ໂຕ, ສວນຢາງພາລາ 34 ເຮັກຕາ, ບ້ານມີຄອບຄົວພົ້ນທຸກຈຳນວນ 155 ຄອບ ຄົວ ເທົ່າກັບ 85,630%.

ກອງປະຊຸມໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ ເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນໍາພັດທະນາບ້ານ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກບ້ານ ແລະ ຄະນະບ້ານຊຸດໃໝ່, ເຊີ່ງໄດ້ເລືອກເອົາ ສະຫາຍ ໝັ້ນ ມະນີວົງ ເປັນເລຂາພັກບ້ານ-ເປັນນາຍບ້ານ, ສະຫາຍ ໄຊສື ວ່າເຊັ່ງວື ເປັນຮອງເລຂາພັກບ້ານ-ເປັນຮອງນາຍບ້ານ ແລະ ສະຫາຍ ມີ ສອນມີໄຊ ເປັນກໍາມະການ ເປັນຜູ້ກວດກາພັກ-ເປັນຮອງນາຍບ້ານ.

About admins14