ບ້ານນາກະດົກ ໄດ້ນຳໃຊ້ລະບົບນ້ຳລິນແລ້ວ

ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2021 ຢູ່ທີ່ສະໂມສອນຫ້ອງການ ບ້ານນາກະດົກ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງລະບົບນໍ້າລິນ ບ້ານນາກະດົກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຜາສຸກ ຈູມມະລາວົງ ຮອງເຈົ້າເມືອງຄຳເກີດ.

ໃນພິທີ ທ່ານ ຄຳກີ່ງ ຂຸນມະບານ ຫົວໜ້າບໍລິສັດ ສິງນຳຈະເລີນກໍ່ສ້າງຈຳກັດຜູ້ດຽວ ໄດ້ລາຍງານຜົນສໍາເລັດ ໂຄງການກໍ່ສ້າງລະບົບນໍ້າລິນ ເຊິ່ງບ້ານ ນາກະດົກ ເປັນບ້ານຫນຶ່ງທີ່ຫ່າງເທດສະບານເມືອງຄໍາເກີດ 23 Km ແລະ ຍັງເປັນບ້ານທີ່ຂາດຄວາມສະດວກໃນການຊົມໃຊ້ນ້ຳ, ບ້ານນີ້ ປະກອບມີ 190 ຫລັງຄາເຮືອນ, ມີ 200 ຄອບຄົວ, 1,190 ຄົນ, ມີ 3 ຊົນເຜົ່າ ຄື: ເຜົ່າແຊກ, ເຜົ່າຜູ້ໄທ ແລະ ເຜົ່າຈີເວີ (ເຜົ່າຕອງເຫຼືອງ).

ໂຄງການດັ່ງກ່າວນີ້ ໄດ້ຮັບທຶນຊ່ວຍເຫລືອຫລ້າ ຈາກລັດຖະບານລາຊາອານາຈັກລຸກຊໍາບວກ ເພື່ອມາສ້າງລະບົບນໍ້າລິນແຫ່ງນີ້ຂື້ນ. ການຈັດຕັ້ງປະຕິບັດກິດຈະກໍາການກໍ່ສ້າງໄດ້ດໍາເນີນ ແລະ ທໍາການກໍ່ສ້າງ ມາແຕ່ວັນທີ 01 ເມສາ 2021 ຫາ ວັນທີ 19 ພຶດສະພາ 2021 ໄດ້ສໍາເລັດ.

ໂຄງການກໍ່ສ້າງລະບົບນ້ຳລິນ ປະກອບມີ ລະບົບຫົວງານ 1 ແຫ່ງ, ສາຍທໍ່ສົ່ງນ້ຳຈາກຫົວງານຫາອ່າງເກັບນ້ຳຍາວ 7.000 m, ອ່າງເບຕົງເກັບນໍ້າຂະຫນາດຄວາມຍາວ 3,40 cm, ລວງກ້ວາງ 3,40 cm, ແລະ ລວງສູງ 2 m, ສາຍທໍ່ສົ່ງແຈກນ້ຳພາຍໃນບ້ານຫາແຕ່ຄອບຄົວພ້ອມກ໋ອກນ້ຳ ເຊິ່ງລວມມູນຄ່າການກໍ່ສ້າງ 495, 950.000 ກີບ, ນອກນັ້ນ ຍັງມີທຶນປະກອບສ່ວນຂອງຊາວບ້ານ ໂດຍການປະກອບສ່ວນເປັນແຮງງານ: ຂົນວັດສະດຸ, ໄມ້ຄໍ້າແບບ 74 ລໍາ ຄິດເປັນເງິນທັງຫມົດ 10,000,000 ກີບ.

ໃນພິທີໄດ້ມີການເຊັນມອບ-ຮັບຈາກຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການ ແລ້ວມອບຕໍ່ໃຫ້ອຳນາດການປົກຄອງບ້ານນາກະດົກ ປົກປັກຮັກສານໍາໃຊ້ຕໍ່ໄປ.

 

About admin11