ບ້ານທ່າບໍ່ ເປີດບັ້ນດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ

ໃນວັນນທີ 28 ກໍລະກົດ 2022 ນີ້ ຢູ່ອາຣາມວັດ ບ້ານທ່າບໍ່ ເມືອງປາກຊັນ ໄດ້ຈັດພິທີເປີດບັ້ນດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານທ່າບໍ່ ຂຶ້ນ ໂດຍການເປັນປະທານ ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກຊັນ, ມີທ່ານ ພັນໂທ ຮັກ ເທວາ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ປກສ ກຸ່ມບ້ານ, ກອງບັນຊາການທະຫານເມືອງ, ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ບ້ານທ່າບໍ່ ມີທັງໝົດ 147 ຄອບຄົວ, ຈໍານວນພົນ 747 ຄົນ, ຍິງ 374 ຄົນ, ປະຊາຊົນພາຍໃນບ້ານສ່ວນຫຼາຍຍຶດຖືອາຊິບປູກຝັງ, ລ້ຽງສັດ, ຄ້າ-ຂາຍ ແລະ ເປັນພະນັກງານລັດຈໍານວນໜື່ງ, ອໍານາດການປົກຄອງບ້ານໄດ້ຊຸກຍູ້ສົ່ງເສີມ ໃຫ້ພໍ່ແມ່ປະຊາຊົນອອກແຮງທໍາການຜະລິດ, ຄ້າຂາຍ ແລະ ປະກອບອາຊີບທີ່ຖືກຕ້ອງຕາມລະບຽບກົດໝາຍ ຈື່ງເຮັດໃຫ້ເສດຖະກິດພາຍໃນບ້ານມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍລາຍຮັບຕໍ່ບຸກຄົນ 13.000.000 ກີບຕໍ່ຄົນຕໍ່ປີ, ສໍາລັບວຽກງານດ້ານອື່ນໆ ກໍ່ໄດ້ສາມາດເຮັດສໍາເລັດຢ່າງມີປະສິດທິຜົນສູງ.

ຈາກນັ້ນ ບັນດາຄະນະຮັບຜິດຊອບກໍ່ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງປາກຊັນ ວ່າດ້ວຍການອະນຸມັດ ໃຫ້ເປີດບັ້ນດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານທ່າບໍ່, ຜ່ານແຜນໃນການດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເຊີ່ງບັນດາຄະນະຮັບຜິດບຊອບ ຈະໄດ້ລົງສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເພື່ອແຈ້ງຈຸດປະສົງ, ຄາດໝາຍ ຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ລົງເກັບກໍາຂໍ້ມູນການເຄື່ອນໄຫວຂອງປະຊາຊົນ, ການເໜັງຕິງຂອງພົນລະເມືອງ, ກວດກາປື້ມສໍາມະໂນຄົວ, ຕິດຕາມກວດກາ, ຕີລາຄາ, ປະເມີນຄືນ ວ່າຄອບຄົວໃດທີ່ສາມາດເປັນຄອບຄົວຕົວແບບດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເກັບກໍາສະຖິຕິ, ຂື້ນບັນຊີ, ສຶກສາອົບຮົມ ບັນດາເປົ້າໝາຍ, ບຸກຄົນ, ພໍ່ແມ່ປະຊາຊົນ ແລະ ຄອບຄົວ ທີ່ເປັນຕົ້ນເຫດເຮັດໃຫ້ບ້ານບໍ່ມີຄວາມສະຫງົບ ເພື່ອຊອກຫາວິທີແກ້ໄຂໃຫ້ຖືກຕ້ອງຕາມຫຼັກການ ໃນການສ້າງບ້ານ ແລະ ຄອບຄົວປ້ອງກັນຄວາສະຫງົບດີ. ເພື່ອເປັນການ ຊຸກຍູ້, ສົ່ງເສີມ, ປຸກລະດົມ ໃຫ້ພໍ່ແມ່ປະຊາຊົນ ທຸກຄົນ, ທຸກຄອບຄົວ ເປັນເຈົ້າການຢ່າງຕັ້ງໜ້າເຂົ້າໃນວຽກງານ ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ແນ່ໃສ່ເຮັດໃຫ້ບ້ານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ພໍ່ແມ່ປະຊາຊົນປະກອບອາຊີບທໍາມາຫາກີນສ້າງເສດຖະກິດຄອບຄົວ.

ພາຍຫຼັງສໍາເລັດບາດກ້າວດໍາເນີນແລ້ວທາງຄະນະຮັບຜິດຊອບ ຈະໄດ້ສະຫຼຸບສັງລວມຄືນ ວ່າມີຈັກຄອບຄົວ ທີ່ຄົບຕາມ 5 ມາດຖານ, ເງື່ອນໄຂ ແລະ ຄອບຄົວໃດທີ່ບໍ່ຄົບຕາມ 5 ມາດຖານ, ເງື່ອນໄຂ ໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເພື່ອສະເໜີຂັ້ນເທິງອະນຸມັດອອກໃບຢັ້ງຢືນໃຫ້ແກ່ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫົງບດີ, ສໍາລັບຄອບຄົວທີ່ບໍ່ຄົບຕາມມາດຖານ, ເງື່ອນໄຂ ແມ່ນຈະໄດ້ສືບຕໍ່ສືກສາອົບຮົມ ໃຫ້ມີການເຄື່ອນໄຫວດໍາລົງຊີວິດ, ປະກອບອາຊີບ, ທໍາມາຫາກິນຢ່າງຖືກຕ້ອງ, ມີສະຕິເຄົາລົບລະບຽບກົດໝາຍ, ຮັກສາໄດ້ມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

About admins14