ບ້ານທົ່ງນ້ອຍ ເປີດຂະບວນການກໍ່ສ້າງເສັ້ນທາງເບຕົງ ເຂົ້້າຫາວັດດານສູງ ວະນາຣາມ

ເພື່ອປະຕິບັດຕາມທິດທາງແຜນພັດທະນາເສດຖະກິດ – ສັງຄົມ ແລະ ເປັນການພັດທະນາເສັ້ນທາງ ໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ໃຫ້ມີຄວາມສະດວກຂຶ້ນ ໃນວັນທີ 9 – 10 ກັນຍາ 2022 ຢູ່ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຂະບວນການກໍ່ສ້າງເສັ້ນທາງເບຕົງ ເຂົ້າຫາວັດດານສູງວະນາຣາມ ໂດຍເປັນກຽດເຂົ້າຮ່ວມກ່າວເປີດຂອງທ່ານ ສຸພາລັກ ໄຊຊະນະສີ ຮອງເຈົ້້າເມືອງປາກຊັນ, ທ່ານ ອຸໄລ ແກ້ວວົງວິຈິດ ນາຍບ້ານທົ່ງນ້ອຍ ແລະ ພຣະອາຈານ ສີທະນົນໄຊ ເຈົ້າອະທິການວັດວັດດານສູງ, ມີພຣະສົງ – ສາມະເນນ, ຫົວໜ້າຫ້ອງການ, ຂະແໜງການກ່ຽວຂ້ອງ, ອົງການຈັດຕັ້ງບ້ານຕະຫຼອດພໍ່ແມ່ປະຊາຊົນ ເຂົ້້າຮ່ວມ.

ການກໍ່ສ້າງເສັ້ນທາງເບຕົງ ເຂົ້້າຫາວັດດານສູງ ວະນາຣາມ ຂອງບ້ານທົ່ງນ້ອຍ, ປະຈຸບັນແມ່ນພວມລົງມືກໍ່ສ້າງ ເຊິ່ງເລີ່ມຈາກແຄມທາງ 4B ເຂົ້້າຫາວັດ ມີຄວາມຍາວ 995 ແມັດ, ໜ້າທາງກ້ວາງ 6 ແມັດ, ມີຄວາມໜາ 15 ຊັງຕີແມັດ ເຊິ່ງມີແຜນມູນຄ່າການກໍ່ສ້າງ ປະມານ 400 ກວ່າລ້ານກີບ, ດ້ວຍການສົມທົບທຶນປະກອບສ່ວນຂອງບ້ານ ຮ່ວມກັບປັດໃຈສັດທາຂອງວັດດາງສູງ ວະນາຣາມ ແລະ ເປັນແຮງງານການກໍ່ສ້າງໃນການເຕົ້້າໂຮມຄວາມສາມະຄີຂອງພໍ່ແມ່ປະຊາຊົນພາຍໃນບ້ານທົ່ງນ້ອຍ.

ນອກຈາກນີ້ ພຣະສົງ – ສາມະເນນ, ອຳນາດການປົກຄອງ, ອົງການຈັດຕັ້ງທຸກພາກສ່ວນພາຍໃນບ້ານ ຂໍຮຽກຮ້ອງມາຍັງບັນດາທ່ານ, ບໍລິສັດ, ລັດວິສາຫະກິດ ພະແນກການ, ກົມກອງ, ນັກທຸລະກິດ, ຫ້າງຮ້ານທຸກພາກສ່ວນທົ່ວໃນສັງຄົມ ເພື່ອຂໍການສະໜັບສະໜູນປະກອບສ່ວນສົມທົບທຶນໃຫ້ການຊ່ວຍເຫຼືອປະກອບສ່ວນຮ່ວມກັນ, ໃນການກໍ່ສ້າງເສັ້ນທາງເບຕົງເຂົ້້າຫາວັດດານສູງ ວະນາຣາມ ຕາມແຜນການພັດທະນາເສັ້ນທາງດັ່ງກ່າວ ໃຫ້ມີຜົນສຳເລັດລະດັບຄາດໝາຍ.

About admins14