ບ້ານທົດລອງ 3 ສ້າງ ບ້ານສີວິໄລ ປະເມີນຄວາມຕື່ນຕົວ ທາງດ້ານການເມືອງ ແລະ ປະຕິບັດລະບຽບກົດໝາຍ

ໃນວັນທີ 4 ພະຈິກ ຜ່ານມານີ້ ຢູ່ສະໂມສອນປົກຄອງບ້ານສີວິໄລ ເມືອງປາກຊັນ ແຂວງບໍລິຄໍາໄຊ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມການກວດກາ – ການປະເມີນ ບ້ານທີ່ມີຄວາມຕື່ນຕົວທາງດ້ານການເມືອງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍບ້ານເມືອງ ໂດຍເປັນກຽດເຂົ້້າຮ່ວມເປັນປະທານຂອງທ່ານ ນາງ ສຸດສະດາ ໂສພາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ, ທ່ານ ສຸລິຍາ ລາດສະບົວສີ ຄະນະປະຈຳພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງປາກຊັນ ແລະ ທ່ານ ຄຳເກິ່ງ ແກ້ວວົງ ກຳມະການພັກເມືອງ, ເລຂາພັກບ້ານ-ນາຍບ້ານສີວິໄລ, ມີບັນດາພະນັກງານ, ອາວຸໂສ-ບໍຳນານ, ອຳນາດການປົກຄອງ, ອົງການຈັດຕັ້ງ, ເຖົ້າແກ່ແນວໂຮມ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານສີວິໄລເຂົ້າຮ່ວມ.

ເພື່ອປະຕິບັດຕາມຄຳແນະນຳຂອງເຈົ້າແຂວງບໍລິຄຳໄຊ ເລກທີ 03/ຂບຊ, ລົງວັນທີ 12 ມີນາ 2020 ກ່ຽວກັບການປະເມີນຜົນ, ການຈັດຕັ້ງປະຕິບັດ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ບ້ານສີວໄລ ເມືອງປາກຊັນ ແຂວງບໍລິຄຳໄຊ ມີປະຊາກອນທັງໝົດ 2.305 ຄົນ, ຍີງ1.189 ຄົນ, ມີ 474 ຄອບຄົວ, ມີເນື້ອທີ່ທັງໝົດ 476 ເຮັກຕ່າ ປະຊາຊົນ ມີການດໍາລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມະຄີປອງດອງ, ມີມູນເຊື້ອດຸໝັ່ນຂະຫຍັນພຽນ, ມີອາຊີບຫຼັກປູກຝັງ, ລ້ຽງສັດ, ຄ້າຂາຍ ແລະ ເປັນພະນັກງານລັດຖະກອນຈຳນວນຫລາຍ.

ໄລຍະຜ່ານມາ ຄະນະພັກ, ຄະນະປົກຄອງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ນຳເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ຂໍ້ກໍານົດ, ກົດໝາຍຂອງລັດ ເຜີຍແຜ່ຜັນຂະຫຍາຍໃຫ້ແກ່ສະມາຊິກພັກ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ຕໍ່ແນວທາງການປ່ຽນແປງໃນໄລຍະໃໝ່ ເຮັດໃຫ້ສະມະຊິກພັກ ແລະ ພໍ່ແມ່ປະຊາຊົນມີຄວາມຕື່ນຕົວທາງດ້ານການເມືອງ ແລະ ມີຄວາມເຊື່ອໝັ້ນຕໍ່ແນວທາງ ແລະ ການຊີ້ນຳ-ນຳພາຂອງພັກ, ມີສະຕິເຄົາລົບລະບຽບກົດໝາຍຂອງລັດ.

ຜ່ານການຈັດຕັ້ງປະຕິບັດໃນວຽກງານຕົວຈີງໃນການປະເມີນ ເຫັນວ່າ ພາຍໃນບ້ານ ຍັງມີບັນດາຄອບຄົວຈຳນວນໜຶ່ງ ທີ່ຍັງບໍ່ທັນປະຕິບັດໄດ້ ບາງມາດຖານເງື່ອນໄຂ ຂອງບ້ານ 3 ສ້າງ ເຊັ່ນ: ບໍ່ຜ່ານມາດຖານເງຶ່ອນໄຂ ເປັນຄອບຄົວສາມັກຄີປອງດອງ 33 ຄອບຄົວ, ບໍ່ຜ່ານມາດຖານເງຶ່ອນໄຂ ເປັນຄອບຄົວປະຕິບັດລະບຽບ 57 ຄອບຄົວ, ບໍ່ຜ່ານມາດຖານເງຶ່ອນໄຂແມ່ຍີງ 3 ດີ 54 ຄອບຄົວ, ບໍ່ຜ່ານເງື່ອນໄຂເປັນຄອບຄົວພັດທະນາ 57 ຄອບຄົວ ແລະ ຍັງມີປະກົດກາດຫຍໍ້ທໍ້ຕ່າງໆໃນຄອບຄົວ.

ເຖີງຢ່າງໃດກໍ່ຕາມອຳນາດການປົກຄອງທຸກຂັ້ນ ກໍ່ໄດ້ມີຄວາມເອົາໃຈໃສ່ຕັ້ງໜ້າ ແລະ ຈັດຕັ້ງປະຕິບັດບັນດາມາດຖານເງື່ອນ ດ້ວຍການເພີ່ມວິທີສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ຕື່ນຕົວ ເຫັນດີເຫັນພ້ອມໃນການປະຕິບັດທຸກໜ້າທີ່ວຽກງານຂອງການຈັດຕັ້ງວາງອອກ, ມີຄວາມເຊື່ອໝັ້ນຕໍ່ແນວທາງການຊີ້ນຳ-ນຳພາຂອງການຈັດຕັ້ງ ແລະ ມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິເຄົາລົບກົດໝາຍ.

About admins16