ບ້ານຄອນຕ່າວ ໄດ້ຮັບນາມມະຍົດເປັນບ້ານໜັກແໜ້ນ-ເຂັ້ມແຂງ

ຕອນເຊົ້າຂອງວັນທີ 10 ກັນຍາ 2021 ບ້ານຄອນຕ່າວ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ມອບ-ຮັບໃບຢັ້ງຢືນ ເປັນບ້ານໜັກແໜ້ນ-ເຂັ້ມແຂງ ປະຈໍາປີ 2021 ຂື້ນຢູ່ຫ້ອງການບ້ານດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ, ຮອງເຈົ້າເມືອງວຽງທອງ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ມີຮອງຫົວໜ້າຫ້ອງການພາຍໃນເມືອງ, ຄະນະບ້ານ, ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ບ້ານຄອນຕ່າວ ປະກອບມີ 133 ຫຼັງຄາເຮືອນ, ມີ 175 ຄອບຄົວ, ມີຈໍານວນພົນທັງໝົດ 841 ຄົນ, ຍິງ 400 ຄົນ, ມີ 2 ຊົນເຜົ່າຢູ່ຮ່ວມກັນ ຄື: ເຜົ່າລາວລຸ່ມ ແລະ ເຜົ່າມົ້ງ.

ຜ່ານການປະເມີນຕົວຈິງ ຂອງຄະນະຮັບຜິດຊອບ ເຫັນວ່າບ້ານຄອນຕ່າວໄດ້ມີການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງບ້ານໄດ້ຄົບຕາມ 10 ມາດຖານທີກໍານົດໄວ້ ໂດຍສະເພາະແມ່ນວຽກງານຕາມ 5 ໜ່ວຍງານ, ມີການປະກອບບຸກຄະລາກອນຕາມລະບຽບ, ມີລະບຽບຄຸ້ມຄອງບໍລິຫານບ້ານ, ມີຫ້ອງການບ້ານຖາວອນ, ມີການປະຈໍາການຂອງອົງການປົກຄອງບ້ານປົກກະຕິ, ມີແຜນພັດທະນາຕາມມາດຖານ, ມີລາຍຮັບສາມາດກຸ້ມລາຍຈ່າຍ, ມີການເຜີຍແຜ່ເຊື່ອມຊືມແນວທາງຂອງພັກ-ລະບຽບກົດໝາຍຂອງລັດ, ມີການຈົດທະບຽນການເກີດ 80% ຂຶ້ນໄປ, ປະຊາຊົນມີຄວາມເພີ່ງພໍໃຈການບໍລິການທີ່ດີຂອງອົງການປົກຄອງບ້ານ ແລະ ແຕ່ລະມາດຖານແມ່ນໄດ້ 80% ຂຶ້ນໄປ.

ຈາກນັ້ນ ທ່ານ ຄໍາກູ້ລໍ່ ຈົ່ງຈ້າຢາກໍຊົວຫຼື ຮອງຫົວໜ້າຫ້ອງການພາຍໃນເມືອງ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນໜັກແໜ້ນ-ເຂັ້ມແຂງໃຫ້ບ້ານດັ່ງກ່າວເພື່ອເປັນຫຼັກຖານ.

About admin11