ບຸນຊ່ວງເຮືອອອກພັນສາປະວໍລະນາປະຈໍາປີ ພສ 2565 ທີ່ເມືອງຄໍາເກີດ

ໃນລະຫວ່າງວັນທີ 11-12 ຕຸລາ 2022 ນີ້ ທີ່ອ່າງນໍ້າຫ້ວຍຕຸ່ນ 2 ເມືອງຄໍາເກີດ ໄດ້ຈັດງານບຸນຊ່ວງເຮືອ ອອກພັນສາປະວໍລະນາປະຈໍາປີ ພສ 2565 ເຊິ່ງເປັນການເຂົ້າຮ່ວມເປັນປະທານກິດຕິມະສັກໂດຍທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ເປັນປະທານຈັດການແຂ່ງຂັນ ມີການນໍາຂອງເມືອງ, ບັນດາເມືອງອ້ອມຂ້າງ, ຄະນະສົງ, ບັນດາຫົວໜ້າຫ້ອງການ ແຂກທີ່ຖືກເຊີນ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງຄໍາເກີດເຂົ້າຮ່ວມ.

ໃນພິທີທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ໄດ້ຂຶ້ນກ່າວເປີດພິທີວ່າ: ບຸນອອກພັນສາແມ່ນຕິດພັນກັບການແຂ່ງຂັນຊ່ວງເຮືອ ເຊິ່ງເປັນບຸນປະເພນີໜຶ່ງທີ່ນອນຢູ່ໃນຮີດ 12 ຄອງ 14 ຂອງລາວ ແລະ ເປັນກິດຈະກໍາໜຶ່ງ ທີ່ປະຊາຊົນລາວທີ່ປະຕິບັດກັນມາໃນທຸກໆປີ, ມີເຮືອທີ່ເຂົ້າຮ່ວມການແຂ່ງຂັນທັງໝົດມີ 33 ລຳ, ຍິງ 8 ລຳ ໃນນັ້ນ ເຮືອງຊ່ວງປະເພດຊາຍ ແບ່ງອອກເປັນ 4 ສາຍຄື: ກຸ່ມໃນເມືອງມີ 2 ສາຍຄື: ສາຍ A ມີ 8 ລຳ ແລະ ສາຍ B ມີ 7 ລຳ, ກຸ່ມນອກເມືອງ 2 ສາຍຄື: ສາຍ C ມີ 5 ລຳ ແລະ ສາຍ D ມີ 5 ລຳ, ເຮືອງຊ່ວງປະເພດຍິງແບ່ງອອກເປັນ 2 ສາຍຄື: ສາຍ A ມີ 4 ລຳແລະ ສາຍ B ມີ 4 ລຳ ຈານນັ້ນ ປະທານກິດຕິມະສັກ ແລະ ຄະນະປະທານໃນການຈັດການແຂ່ງຂັນໄດ້ອອກໄປລັ່ນຄ້ອງ 9 ບາດ ປ່ອຍປ້າຍເພື່ອເປີດງານບຸນຊ່ວງເຮືອ ອອກພັນສາປະວໍລະນາປະຈໍາປີ ພສ 2565 ທີ່ເມືອງຄໍາເກີດ ຢ່າງເປັນທາງການ.

ຜ່ານການແຂ່ງຂັນຊ່ວງເຮືອອອກພັນສາປະວໍລະນາປະຈໍາປີ ພສ 2565 ເຮືອຊ່ວງປະເພດຊາຍ ລາງວັນຊະນະເລີດ ຕົກເປັນຂອງ ສໍກິນກ້ຽງ ໄດ້ຮັບເງິນສົດ 6 ລ້ານກີບພ້ອມຂັນ 1 ໜ່ວຍ, ອັນດັນທີ 2 ໄດ້ແກ່ ບ້ານໜອງປອງ ໄດ້ຮັບເງິນສົດ 4 ລ້ານກີບພ້ອມຂັນ 1 ໜ່ວຍ, ອັນດັບທີ 3 ໄດ້ແກ່ ເທບນາຄາ ບ້ານນໍ້າທີ  ໄດ້ຮັບເງິນສົດ 3 ລ້ານກີບ ແລະ ອັນດັບທີ 4 ໄດ້ແກ່ ເພັດສາຍຟ້າ ວັດແສນອຸດົມ  ໄດ້ຮັບເງິນສົດ 2 ລ້ານກີບ.

ເຮືອຊ່ວງປະເພດຍິງ ອັນດັບທີ 1 ໄດ້ແກ່ ເທບນາຄາ ບ້ານນໍ້າທີ ໄດ້ຮັບເງິນສົດ 6 ລ້ານກີບພ້ອມຂັນ 1 ໜ່ວຍ, ອັນດັນທີ 2 ໄດ້ແກ່ ປກສ ໄດ້ຮັບເງິນສົດ 4 ລ້ານກີບພ້ອມຂັນ 1 ໜ່ວຍ, ອັນດັບທີ 3 ໄດ້ແກ່ ສະຫະພັນແມ່ຍິງ ບ.ໂພນໄຊ ໄດ້ຮັບເງິນສົດ 3 ລ້ານກີບ ແລະ ອັນດັບທີ 4 ໄດ້ແກ່ ສານ+ໄອຍະການ ໄດ້ຮັບເງິນສົດ 2 ລ້ານກີບ.

ໃຫ້ກຽດມອບເງິນລາງວັນໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ທັງເປັນປະທານກິດຕິມະສັກໃນການຈັດງານໃນຄັ້ງນີ້.

About admins14