ບານເຕະຮອບແບ່ງກຸ່ມ ບໍລິຄໍາໄຊ ເສຍໃຫ້ ຈໍາປາສັກ 0 ປະຕູ ຕໍ່ 4

ການແຂ່ງຂັນກິລາບານແຕະ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງ ທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນຮອບແບ່ງກຸ່ມ ໃນສາຍ ຄ ເຊິງປະກອບມີ ແຂວງຄໍາມ່ວນ, ຈໍາປາສັກ, ອັດຕະປຶ ແລະ ບໍລິຄໍາໄຊ ໃນຕອນບ່າຍຂອງວັນທີ 15 ທັນວາ 2022 ທີ່ສະໜາມກິລາໄຫຫີນ ເປັນການລົງພົບກັນລະຫວ່າງ ບໍລິຄໍາໄຊ ພົບກັບ ຈໍາປາສັກ ຖືວ່າເປັນນັດສຸດທ້າຍທີ່ແຂວງບໍລິຄໍໄຊ ລົງສະໜາມໃນຮອບແບ່ງກຸ່ມ ເຂົ້າຮ່ວມຮັບຊົມເປັນກໍາລັງໃຈໃຫ້ກັບນັກກິລາໃນຄັ້ງນີ້ໂດຍມີ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ປະທານສະມາຄົມກິລາແຂວງ ພ້ອມດ້ວຍກອງເຊຍຊາວແຂວງບໍລິຄໍາໄຊ ແລະ ແຂວງເຈົ້າພາບ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ພໍການແຂ່ງຂັນໄດ້ເລີມຂຶ້ນ ໃນນາທີ 7, ນັກເຕະຈາກ ແຂວງຈໍາປາສັກ ທີ່ໄດ້ບານແລ້ວຫຼຸດດຽວເຂົ້າໄປຍິງ ເຮັດໃຫ້ບານເຂົ້າປະຕູຝ່າຍ ບໍລິຄໍາໄຊ ໄປໄດ້ຢ່າງສວຍງາມ ຂຶ້ນນໍາໄປກ່ອນ 1 ປະຕູ ຕໍ່ 0, ເກມການຫຼິ້ນຂອງທັງຄູ່ຜັດປ່ຽນກັນບຸກ ກັນຮັບ ຢ່າງຕໍ່ເນື່ອງ, ຈາກນັ້ນ ໃນເວລາຕໍ່ມາ ຝ່າຍ ຈໍາປາສັກ ກໍ່ສາມາດຍິງປະຕູຂຶ້ນນໍາໄປໄດ້ອີກ ເປັນ 2 ປະຕູຕໍ 0 ກ່ອນຈະໝົດເວລາ ຂອງເຄີ່ງເວລາທໍາອິດ. ພໍການແຂ່ງຂັນເຄິງເວລາທີ 2 ໄດ້ເລີ່ມຂຶ້ນ ຕ່າງຝ່າຍຕ່າງມີການຜັດປ່ຽນຕົວນັກກິລາ ແລະ ປ່ຽນຮູບແບບເກມການຫຼິ້ນ, ສ່ວນບໍລິຄໍາໄຊກໍ່ມີໂອກາດຍິງບານຫຼາຍຄັ້ງ ແຕ່ກໍ່ບໍ່ສາມາເປັນປະຕູຈົນໝົດການແຂ່ງຂັນ 2 ຕັ້ງ, 90 ນາທີ, ນັກເຕະຈາກແຂວງຈໍາປາສັກ ກໍ່ເປັນຝ່າຍຊະນະ ໄປດ້ວຍຄະແນນ 4 ປະຕູ ຕໍ່ 0 ສົ່ງຜົນເຮັດໃຫ້ແຂວງບໍລິຄໍາໄຊ ຕົກຮອບທັນທີ.

ສໍາຫຼັບກິລາດອກປີໄກ່ ໃນວັນທີ 15 ແຂວງບໍລິຄໍາໄຊ ໄດ້ລົງແຂ່ງຂັນ 2 ປະເພດ ໃນລຸ່ນ ຊາຍດຽວ ແຂວງບໍລິຄໍາໄຊ ສາມາດເອົາຊະນະ ແຂວງຈໍາປະສັກ ໄປໄດ້ຢ່າງສວຍງາມ 2 ເຊັດລວດ ດ້ວຍຄະແນນ 21 ຕໍ 10 ແລະ 21 ຕໍ່ 12, ສ່ວນ ປະເພດຄູ່ຊາຍ ແຂວງບໍລິຄໍາໄຊ ກໍ່ສາມາດເອົາຊະນະ ແຂວງຈໍາປະສັກເຊັ່ນດຽວກັນ ດ້ວຍຄະແນນ 21 ຕໍ່ 12 ແລະ 21 ຕໍ່ 11.

ສະຫຸບຫຼຽນ ຮອດວັນ 16 ທັນວາ 2022 ຊຽງຂວາງເຈົ້າພາບ ໄດ້ 42 ຫຼຽນຄໍາ ເປັນອັນດັບທີ 1, ອັນດັບ 2 ນະຄອນຫຼວງ ໄດ້ 31 ຫລຽນຄໍາ ແລະ ອັນດັບ 3 ກະຊວງປ້ອງກັນ ປະເທດ ໄດ້ 24 ຫຼຽນຄໍາ, ສ່ວນແຂວງ ບໍລິຄຳໄຊ ແມ່ນຢູ່ໃນອັນດັບທີ 13 ໄດ້ ຫຼຽນຄໍາ 3 ຫຼຽນ ຈາກກິລາໝາກເສິກ ແລະ 4 ຫລຽນທອງ ຈາກກິລາແລ່ນ – ລານ 3 ຫຼຽນ.

About admins14