ບັ້ນສອບເສັງຈົນຊັ້ນ ມໍ7 ທົ່ວເມືອງປາກກະດິງໄດ້ເປີດຂື້ນຢ່າງເປັນທາງການ

ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມໍ7 ສາຍສາມັນສຶກສາ ປະຈຳສົກຮຽນ 2020-2021 ເມືອງປາກກະດິງ ໄດ້ຈັດຂື້ນໃນຕອນບ່າຍວັນທີ 27 ກໍລະກົດ 2021. ຢູ່ 2 ສູນສອບເສັງຄື: ສູນສອບເສັງ ມສວຽງຄຳ ພາຍໃຕ້ການເປັນປະທານຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີນັກສອບເສັງ 195 ນ້ອງ, ຍີງ 104 ນ້ອງ, ແບ່ງອອກເປັນ 9 ຫ້ອງສອບເສັງ, ແຕ່ລະຫ້ອງບັນຈຸນັກສອບເສັງ 21-22 ນ້ອງ. ແລະ ສູນສອບເສັງ ມສປາກກະດິງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ການປົກຄອງ, ແຕ່ລະສູນສອບເສັງມີຄະນະກຳມະການຮັບຜິດຊອບການສອບເສັງນັບແຕ່ຂັ້ນແຂວງ ລົງຮອດຂັ້ນເມືອງ ພ້ອມດ້ວຍນ້ອງນັກຮຽນ-ນັກສອບເສັງເຂົ້າຮ່ວມ.

ຢູ່ເມືອງປາກກະດິງກໍ່ຄືທົ່ວປະເທດ ຈະໄດ້ຈັດການສອບເສັງເປັນເວລາ 3 ວັນຄື: ວັນທີ 28-30, ມີທັງໝົດ 5 ວິຊາຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ. ເຊີ່ງໄດ້ເລີ່ມເປີດຫົວບົດສອບເສັງວິຊາທຳອິດ ເປັນວິຊາພາສາລາວ-ວັນນະຄະດີ ໃນຕອນເຊົ້າວັນທີ 28 ກໍລະກົດ 2021, ໂດຍມີຄະນະສະເພາະກິດຂັ້ນສູນກາງນຳພາໂດຍທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ຊີ້ນຳຢ່າງໃກ້ຊິດ. ຄຽງຄູ່ກັບການລະບາດຂອງພະຍາດໂຄວິດ-19 ຍັງມີຕົວເລກເພີ່ມຂື້ນໃນຂອບທົ່ວປະເທດ, ການຈັດຕັ້ງສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ສາຍສາມັນສຶກສາ ປະຈຳສົກຮຽນ 2020-2021 ຄັ້ງນີ້ ຍັງໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໂດຍການໃຫ້ນັກສອບເສັງໃຊ້ເຈວລ້າງມື, ໃສ່ຜ້າອັດປາກ-ອັດດັງ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ແລະ ວັດແທກອຸນນະພູມຮ່າງກາຍກ່ອນການສອບເສັງທຸກຄັ້ງ.

About admin11