ບັນດາເມືອງພາຍໃນແຂວງບໍລິຄຳໄຊ ເປີດບັ້ນສອບເສັງຈົບຊັ້ນປະຖົມ ປ 5

 ໃນຕອນເຊົ້າວັນທີ 20 ມີຖຸນາ 2022 ນີ້ຢູ່ໂຮງຮຽນປະຖົມສົມບູນ ຫ້ວຍຫອຍ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນປະຖົມ ປ 5 ປະຈໍາສົກຮຽນ 2021 – 2022 ທົ່ວເມືອງ ວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະບ້ານ, ຄະນະກໍາມະການຮັບຜິດຊອບບັ້ນສອບເສັງ, ຄູ-ອາຈານ ຕະຫຼອດຮອດ ນັກສອບເສັງ ເຂົ້າຮ່ວມ.

  ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຮັບຜິດຊອບບັ້ນສອບເສັງ, ຜ່ານລະບຽບການສອບເສັງ. ການສອບເສັງຄັ້ງນີ້ ເລີ່ມແຕ່ວັນທີ 21 – 22 ມີຖຸນາ 2022. ທົ່ວເມືອງມີ 9 ສູນສອບເສັງ, ມີນັກຮຽນ ປໍ 5 ເຂົ້າສອບເສັງຈໍານວນທັງໝົດ 698 ຄົນ, ຍີງ 309, ໃນນັ້ນ ສູນສອບເສັງປະຖົມສົມບູນ ຫ້ວຍຫອຍ ປະກອບມີ 3 ໂຮງຮຽນ, ມີນັກສອບເສັງທັງໝົດ 87 ຄົນ, ຍິງ 52 ຄົນ, ແບ່ງອອກເປັນ 4 ຫ້ອງສອບເສັງ, ແຕ່ລະຫ້ອງບັນຈຸນັກສອບເສັງ 22-23 ຄົນ. ວິຊາທີ່ນໍາເຂົ້າສອບເສັງມີ: ວິຊາຫັດແຕ່ງ, ຂຽນທວາຍ, ວິຊາຄະນິດສາດ ແລະ ວິຊາໂລກອ້ອມຕົວ.

          ເມືອງປາກກະດິງມີນັກສອບເສັງໃນທະບຽນທັງໝົດ 1.001 ນ້ອງ,​ ຍິງ 499 ນ້ອງ. ເຊີ່ງໄດ້ແບ່ງອອກເປັນ 6 ສູນສອບເສັງ ຄື: ສູນສອບເສັງກຸ່ມປາກກະດິງ, ສູນສອບເສັງກຸ່ມໂພນສີ, ສູນສອບເສັງກຸ່ມນາເຄືອ, ສູນສອບເສັງກຸ່ມກອງຄຳ, ສູນສອບເສັງກຸ່ມບຸ່ງກວາງ ແລະ ສູນສອບເສັງກຸ່ມບ້ານຊອດ.

          ເມືອງທ່າພະບາດ ມີນັກຮຽນຊັ້ນ ປ5 ລວມ 472 ຄົນ, ຍິງ 232 ຄົນ ໄດ້ແບ່ງອອກເປັນ 24 ຫ້ອງສອບມີ 4 ສູນສອບເສັງຄື: ສູນສອບເສັງ ປະຖົມສົມບູນ ນໍ້າຈິງ, ສູນສອບເສັງປະຖົມສົມບູນ ປ່າໄລ່, ສູນສອບເສັງ ປະຖົມສົມບູນ ບ້ານທວາຍ ແລະ ສູນສອບເສັງ ປະຖົມສົມບູນ ສາຍພາຍ.

About admin11