ບັນຍາກາດການປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງບໍລິຄັນ

 

ການໄປใຊ້ສິດປະຊາທິປະໄຕປ່ອນບັດເລືອກເອົາສະມາຊີກສະພາແຫ່ງຊາດຊດທີ່ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ່ 2 ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ໄຂຂື້ນຢ່າງເປັນທາງການ ໃນ ວັນທີ 21 ກຸມພາ 2021 ຢູ່ໜ່ວຍເລືອກຕັ້ງທີ່ 1 ບ້ານນາແຫນ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນຄໍາ ໄຊເຍຍລໍວື່ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາການເລືອກຕັ້ງເມືອງບໍລິຄັນ, ທ່ານ ວັນເລີນ ປຸ້ຍໄມນີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງບໍລິຄັນ, ມີຄະນະການມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ອໍານາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງບໍລິຄັນ ເຂົ້າຮ່ວມ.

ທົ່ວເມືອງບໍລິຄັນ ມີ 44 ບ້ານ, ມີພົນລະເມືອງ 56,637ຄົນ, ຍີງ 27,657ຄົນ, ມີ 43 ໜ່ວຍປ່ອນບັດ, ມີຜູ້ມີສິິດປ່ອນບັດທັງໝົດ 31,240ຄົນ, ຍີງ 15,185 ຄົນ, ໃນນັ້ນ ຜູ້ທີ່ມີສີດປ່ອນບັດຕົວຈີງ 29,146 ຄົນ, ຍີງ 14,209 ຄົນ.

ຢູ່ໜ່ວຍປ່ອນບັດທີ່ 1 ບ້ານນາແຫນ ມີຜູ້ມີສິດປ່ອນບັດ 831 ຄົນ, 386 ຄົນ, ພໍ່ແມ່ປະຊາຊົນບັນດາເຜົ່າ ແມ່ນໄດ້ພ້ອມກັນມາໃຊ້ສິດປະຊາທິປະໄຕຂອງຕົນໃນການໄປປ່ອນບັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ່ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ເປັນຕົວແທນໃຫ້ພໍ່ແມ່ປະຊາຊົນ ຕາມພາລະບົດບົດຂອງຕົນຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊົນຊົນແຂວງ ເຮັດໃຫ້ບ້ານ ເມືອງໄດ້ມີການພັດທະນາດີຂື້ນເປັນກ້າວໆ.

ໃນຕອນບ່າຍຂອງວັນດຽວກັນນັ້ນ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ປະທານຄະນະຊີ້ນໍາການເລືອກຕັ້ງຂັ້ນເມືອງ ຍັງໄດ້ລົງຕີດຕາມໜ່ວຍປ່ອນບັດເລືອກຕັ້ງ ຢູ່ບ້ານ ທົ່ງພັນຄໍາ, ໜ່ວຍເລືອກຕັ້ງ ບ້ານໂພນມີໄຊ, ໜ່ວຍເລືອກຕັ້ງ ບ້ານ ພູຄໍາ ແລະ ໜ່ວຍເລືອກຕັ້ງ ບ້ານ ປາກໂພຍ.

About admin11