ນໍ້າເທີນ 1 ມອບນໍ້າບາດານ ມູນຄ່າ 700 ລ້ານກວ່າກີບ ໃຫ້ປະຊາຊົນ

ພີທີມອບ – ຮັບ ນໍ້າບາດານ ຈໍານວນ 22 ບໍ່ ໃຫ້ປະຊາຊົນ 7 ບ້ານ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2022 ຢູ່ສະໂມສອນບ້ານ ໂພນໄຊ ເມືອງປາກກະດິງ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ທ່ານ ພິເສດສຸດ ກະເສນສຸຣະໄຊ ຮອງອໍານວຍການໃຫຍ່ ຝ່າຍກໍ່ສ້າງ ໂຄງການເຂື່ອນໄຟຟ້ານໍ້າເທີນ 1, ມີບັນດາແຂກຖືກເຊີນ ຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ, ຕະຫຼອດຮອດຄະນະພັກບ້ານ, ພໍ່ແມ່ປະຊາຊົນບ້ານປາກກະດິງໃຕ້-ປາກກະດິງເໜື່ອ, ປາກຊຸນ, ໂພນໄຊ, ດອນໄຊ, ຫາດຊາຍຄໍາ ແລະ ບ້ານປາກປາງ ເຂົ້່າຮ່ວມ.

ໂຄງການກໍ່ສ້າງນໍ້າບາດານໃຫ້ປະຊາຊົນ 7 ບ້ານ ເຂດລຸ່ມເຂື່ອນໄຟຟ້ານໍ້າເທີນ 1 ໄດ້ເລີ່ມຈັດຕັ້ງປະຕິບັດລົງມືກໍ່ສ້າງ ມາແຕ່ວັນທີ 15 ພຶດສະພາ 2020 ເປັນຕົ້ນມາ ເຊິ່ງໄດ້ແບ່ງອອກເປັນສອງໄລຍະຂອງການກໍ່ສ້າງ ແລະ ສໍາເລັດ 100% ໃນວັນທີ 11 ສິງຫາ 2021 ມີຈໍານວນ 22 ບໍ່ ລວມມູນຄ່າການກໍ່ສ້າງທັງໝົດ 700.231.000 ກີບ.

ຈຸດປະສົງຂອງໂຄງການນີ້ ກໍ່ເພື່ອເປັນການປັບປຸງ ແລະ ຍົກສູງຄຸນນະພາບການຊົມໃຊ້ນໍ້າ ຂອງພໍ່ແມ່ປະຊາຊົນທີ່ຢູ່ຕາມລ່ອງນໍ້າກະດິງ ໃຫ້ມີຄວາມພຽງພໍ ສາມາດຕອບສະໜອງການນໍ້າໃຊ້ນໍ້າທີ່ສະອາດ ໃນການດໍາລົງຊີວິດປະຈໍາວັນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ.

ເພື່ອເປັນການສະແດງຄວາມຮູ້ບຸນຄຸນບໍລິສັດເຂື່ອນໄຟຟ້ານໍ້າເທີນ 1 ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ສ້າງນໍ້າບາດານໃຫ້ປະປະຊາຊົນໃນຄັ້ງນີ້ ທ່ານເຈົ້່າເມືອງປາກກະດິງ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ບໍລິສັດດັ່ງກ່າວ, ຕາງໜ້າບໍລິສັດຂຶ້ນຮັບໂດຍ ທ່ານ ພິເສດສຸດ ກະເສນສຸຣະໄຊ ແລະ ພ້ອມນັ້ນ ທ່ານ ເຈົ້າເມືອງ ຍັງໄດ້ເປັນກຽດຂຶ້ນມອບນໍ້າບາດານທີ່ກໍ່ສ້າງສໍາເລັດ ໃຫ້ປະຊາຊົນ 7 ບ້ານ ເພຶ່ອເປັນຜູ້ຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຕໍ່ໄປ.

About admins14