ນໍ້າງຽບ 1 ມອບລົດ 2 ຄັນໃຫ້ເມືອງບໍລິຄັນ

ພິທີມອບ-ຮັບລົດກະບະ ຈຳນວນ 2 ຄັນ ມູນຄ່າ 270 ລ້ານກີບ ລະຫວ່າງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແລະ ຫ້ອງວ່າການເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2020 ຢູ່ຫ້ອງວ່າການເມືອງບໍລິຄັນ, ເປັນກຽດມອບໂດຍ ທ່ານ ບຸນທະວີ ດີນາວົງ ຮອງຜູ້ອຳນວຍການ ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແລະ ກ່າວຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ຫຼັງຈາກນັ້ນ ທ່ານ ເຈົ້າແຂວງ ກໍ່ໄດ້ມອບລົດຈຳນວນ 2 ຄັນດັ່ງກ່າວ ໃຫ້ເມືອງນຳໃຊ້ເຂົ້າໃນການປະຕິບັດວຽກງານ ຂອງອົງການປົກຄອງເມືອງບໍລິຄັນຕໍ່ໄປ ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີດັ່ງກ່າວ ອົງການປົກຄອງຂັ້ນແຂວງ, ອົງການປົກຄອງຂັ້ນເມືອງ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ມາຍັງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ທີ່ໄດ້ປະກອບສ່ວນອັນສຳຄັນ ເປັນຄູ່ຮ່ວມພັດທະນາ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຂອງແຂວງ ຕະຫຼອດໄລຍະເວລາທີ່ຜ່ານມາ, ການປະກອບສ່ວນຄັ້ງນີ້ ກໍ່ແມ່ນເປັນອີກບາດກ້າວໜຶ່ງ ທີ່ເຮັດໃຫ້ການເຄື່ອນໄຫວວຽກງານ ຂອງອົງການປົກຄອງຂັ້ນເມືອງ ມີຄວາມສະດວກສະບາຍຂຶ້ນຫຼາຍກ່ວາເກົ່າ.

About admins14