ນ້ຳງຽບ ຄອງແຊ້ມ ງານບຸນຊ່ວງເຮືອ ທີ່ສະໜາມປາກນ້ຳຊັນ

 

ເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ ໄວ້ໃຫ້ຄົງຢູ່ກັບຄົນລາວຊາວພຸດຕະຫຼອດໄປ ທັງເປັນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ 7 ອົງຄະນະພັກແຂວງບໍລິຄຳໄຊ ເມືອງປາກຊັນ ຈຶ່ງໄດ້ຈັດບຸນຊ່ວງເຮືອ ອອກພັນສາປະວໍລະນາປະຈຳປີ ພສ 2563 ໃນມື້ຂຶ້ນ 15 ຄ່ຳ ເດືອນ 11 ເປັນມື້ອອກພັນສາ ໃນວັນທີ 2 ຕຸລາ 2020 ທີ່ສະໜາມການແຂ່ງຂັນ ປາກນ້ຳຊັນ ບ້ານປາກຊັນ ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ແລະ ຄະນະກຳມະການຈັດງານບຸນ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ບຸນອອກພັນສາປະວໍລະນາປີນີ້ ແມ່ນແຕກຕ່າງຈາກປີຜ່ານມາ ເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19 ຈຶ່ງໄດ້ຈຳກັດທິມເຮືອເຂົ້າແຂ່ງຂັນ ຊຶ່ງມີເຮືອພາຍໃນເທດສະບານເມືອງປາກຊັນ ເຂົ້າຮ່ວມທັງໝົດ 4 ລຳ ຄື: ບ້ານນຳງຽບ, ບ້ານອານຸສອນໄຊ, ບ້ານໂພໄຊ ແລະ ບ້ານກ້ວຍອຸດົມ ເປັນເຮືອ 18-22 ສີພາຍ ການແຂ່ງຂັນ ແມ່ນເປັນການແຂ່ງພົບກັນໝົດ ເພື່ອເກັບຄະແນນແຕ່ລະລ່ອງ ດ້ວຍໄລຍະທາງການແຂ່ງຂັນປະມານ 800 ແມັດ, ເຖີງຈະມີໜ້ອຍລຳເຂົ້າແຂ່ງຂັນ ແຕ່ບັນຍາກາດ ກໍ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຄຶກຄື້ນ.

ຜົນການແຂ່ງຂັນ ປະກົດວ່າບ້ານນ້ຳງຽບ ສາມາດຍາດເອົາທີ 1 ໄປຄອງ, ອັນດັບ 2 ໄດ້ແກ່ບ້ານ ໂພໄຊ, ອັນດັບ 3 ໄດ້ແກ່ບ້ານອານຸສອນໄຊ ແລະ ອັນດັບ 4 ໄດ້ແກ່ບ້ານກ້ວຍອຸດົມ.

ສຳລັບປະເພດລາງວັນ ອັນດັບ 1 ໄດ້ຮັບເງິນສົດ 3.500.000 ກີບ, ອັນດັບ 2 ໄດ້ຮັບ 2.500.000 ກີບ, ອັນດັບ 3 ໄດ້ຮັບ 1.500.000 ກີບ ແລະ ອັນດັບ 4 ໄດ້ຮັບ 1.000.000 ກີບ ເປັນກຽດມອບໂດຍທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງ-ເມືອງປາກຊັນ.

About admins16