ນ້ອງນ້ອຍປະຖົມສົມບູນ ບ້ານໂພນດູ່ ໄກ້ຈະໄດ້ຮັບໂຮງຮຽນຫລັງໃໝ່ແລ້ວ

ໃນຕອນແລງຂອງວັນທີ 8 ກໍລະກົດ 2021 ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ ໄດ້ລົງເບີ່ງຄວາມຄືບໜ້າການກໍ່ສ້າງອາຄານໂຮງຮຽນປະຖົມສົມບູນ ບ້ານໂພນດູ່ ເມືອງວຽງທອງ ຫຼັງໃໝ່ ໂດຍມີ ທ່ານ ອາລູນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ແລະ ບໍລິສັດຮັບເໜົາກໍ່ສ້າງ ຮ່ວມພາທາງ.

ອາຄານໂຮງຮຽນປະຖົມສົມບູນ ບ້ານໂພນດູ່ ເມືອງວຽງທອງ ຫຼັງໃໝ່ ມີຄວາມກວ້າງ 10 ແມັດ, ຍາວ 40 ແມັດ, ລວມມີ 5 ຫ້ອງຮຽນ, ອາຄານອອກແບບກໍ່ສ້າງດ້ວຍເບຕົ່ງເສີມເຫຼັກ, ຫຼັງຄາມຸງດ້ວຍອາລູຊີ່ງ ມູນຄ່າການກໍ່ສ້າງ 700 ລ້ານກວ່າກີບ, ໄດ້ຮັບທຶນສະໜັບສະໜູນຈາກຄອບຄົວ ທ່ານນາຍຍົກລັດຖະມົນຕີ ສປປ ລາວ, ອອກແບບໂດຍ ຫ້ອງການສຶກສາທິການ ແລະ ກິລາເມືອງ, ຮັບເໝົາກໍ່ສ້າງໂດຍ ບໍລິສັດວັນດີຈະເລີນຄົບວົງຈອນ ຈຳກັດຜູ້ດຽວ. ມາຮອດປະຈຸບັນກໍ່ສ້າງສຳເລັດແລ້ວ 20 ກວ່າສ່ວນຮ້ອຍຂອງໜ້າວຽກງທັງໝົດ.

ທ່ານ ອາລູນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ຄະນະຮັບຜິດຊອບຕິດຕາມການກໍ່ສ້າງອາຄານໂຮງຮຽນຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ການກໍ່ສ້າງອາຄານໂຮງຮຽນປະຖົມສົມບູນ ບ້ານໂພນດູ່ ໄດ້ເລີ່ມໃນທ້າຍເດືອນມິຖຸນາ ມາຮອດປະຈຸບັນສຳເລັດແລ້ວ 20 ກວ່າສ່ວນຮ້ອຍ, ທັ້ງນີ້ກໍ່ເພື່ອຕອບສະໜອງການຮຽນ-ການສອນໃຫ້ບັນລຸເປົ້າໝາຍ 5 ຫຼັກມູນການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາວາງອອກ, ອາຄານໂຮງຮຽນແຫ່ງນີ້ໄດ້ຮັບທຶນສະໜັບສະໜູນຈາກຄອບຄົວທ່ານ ນາຍົກລັດຖະມົນຕີ ສປປ ລາວ, ພ້ອມນັ້ນປະຊາຊົນພາຍໃນບ້ານໄດ້ປະກອບສ່ວນໄມ້ຄໍ້າແບບ, ເອົາດິນເຂົ້າອາຄານ ຄາດວ່າຈະໃຫ້ສຳເລັດໃນຕາມແຜນທີ່ໄດ້ກຳນົດໄວ້, ພ້ອມທ່ານຮອງເຈົ້າເມືອງ ຍັງໄດ້ກ່າວຄໍາຂອບໃຈ, ຮູ້ບຸນຄຸນມາຍັງຜູ້ທີ່ສະໜັບສະໜູນ ໃຫ້ທຶນກໍ່ສ້າງອາຄານໂຮງຮຽນແຫ່ງນີ້.

About admins14