ນິພົນໂຮ່ຈິມິນ ຈະເປັນຖານຂໍ້ມູນສຳຄັນໃຫ້ແກ່ການຄົ້ນຄວ້າທິດສະດີວິທະຍາສາດ

ພິທີເຜີຍແຜ່ ແລະ ມອບປຶ້ມ ນິພົນເລືອກເຟັ້ນ ມາກ-ອັງແກນ, ເລນິນ ແລະ ນິພົນ ໂຮ່ຈິມິນ ຄົບຊຸດ ໄດ້ຈັດຂຶ້ນໃນວັນທີ 9 ມີນາ 2021 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໂດຍການເຜີຍແຜ່ຂອງທ່ານ ສຈ ປອ ບຸນທີ ເຄືອມີໄຊ ຄະນະຄຸ້ມຄອງໂຄງການແປນິພົນ ໂຮ່ຈິມິນ ຈາກພາສາຫວຽດນາມ ເປັນພາສາລາວ, ມີຄະນະຄູອາຈານພາຍໃນໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສຈ ປອ ບຸນທີ ເຄືອມີໄຊ ໄດ້ກ່າວວ່າ: ໂຄງການແປນິພົນ ແມ່ນທຶນຊ່ວຍເຫຼືອຂອງຫວຽດນາມ ແລະ ທຶນສົມທົບຂອງຝ່າຍລາວ ຊຶ່ງດໍາເນີນມາ ແຕ່ວັນທີ 10 ພຶດສະພາ 2016 ເປັນຕົ້ນມາ ເພື່ອເປັນເອກະສານ ສະໜອງຂໍ້ມູນວິທະຍາສາດ ຮັບໃຊ້ໃຫ້ແກ່ການກໍ່ສ້າງພະນັກງານ, ການຄົ້ນຄວ້າ ວິທະຍາສາດສັງຄົມ ຢູ່ສະຖາບັນການເມືອງ – ການປົກຄອງແຫ່ງຊາດ ແລະ ບັນດາສະຖາບັນການສຶກສາລະດັບມະຫາວິທະຍາໄລໃນທົ່ວປະເທດ ແນໃສ່ຂຸດຄົ້ນ-ນໍາໃຊ້ຂໍ້ມູນ ດ້ານແນວຄິດທິດສະດີ ທີ່ເປັນວິທະຍາສາດ ມານໍາໃຊ້ ແກ້ໄຂບັນຫາທີ່ຕັ້ງຂຶ້ນຢູ່ປະເທດລາວ, ນິພົນໂຮ່ຈິມິນ ຄົບຊຸດ ມີຈໍານວນ 15 ເຫຼັ້ມ ແລະ ວັດຈະນານຸກົມແປສັບ ມີ 1 ເຫຼັ້ມ ລວມມີ 16 ເຫຼັ້ມ, ມີຫຼາຍກວ່າ 10 ພັນໜ້າ ຈາກພາສາຫວຽດນາມ ມາເປັນພາສາລາວ.

ທ່ານຍັງກ່າວຕື່ມອີກວ່າ ເນື້ອໃນພື້ນຖານຂອງນິພົນ ໄດ້ສ່ອງແສງໃຫ້ເຫັນແນວຄິດ ກ່ຽວກັບແນວທາງການເລີ່ມຈາກຕົນເອງ ຕໍ່ສູ້ປົດປ່ອຍຕົນເອງ, ເອົາປະຊາຊົນເປັນກົກ ປຸກລະດົມສ້າງຂະບວນການ ດູດດຶງເອົາປະຊາຊົນເຂົ້າຮ່ວມຂະບວນການຊີ້ນໍາ-ນໍາພາ ຂະບວນການຕໍ່ສູ້ ປົດປ່ອຍປະເທດຊາດ ແລະ ສ້າງສາປະເທດຊາດ ຕາມທິດສັງຄົມນິຍົມ.

ການກໍ່ສ້າງຂະຫຍາຍພັກ, ຄວາມເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ການເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອປະເທດຊາດ ເພື່ອປະຊາຊົນ ການຍາດແຍ່ງການສະໜັບສະໜູນ ຈາກຕ່າງປະເທດ, ເສີມຂະຫຍາຍນໍ້າໃຈສາກົນກໍາມະຊີບອັນຜ່ອງໃສ (ຊ່ວຍເພື່ອນ ແມ່ນຊ່ວຍຕົນເອງ) ແລະ ນອກນັ້ນ ຍັງສ່ອງແສງໃຫ້ເຫັນ ຄຸນສົມບັດຂອງປະທານ ໂຮ່ຈິມິນ ທີ່ເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມ, ການຮ່ວມສຸກ ຮ່ວມທຸກ ໃນຂະບວນການມະຫາຊົນ, ຄວາມເປັນແບບຢ່າງຮອບດ້ານ ຂອງການປະຕິວັດ, ນໍ້າໃຈສາກົນກໍາມະຊີບທີ່ຜ່ອງໃສ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ໃນຕອນທ້າຍຂອງພິທີ ທ່ານ ສຈ ປອ ບຸນທີ ເຄືອມີໄຊ ຍັງໄດ້ມອບປື້ມດັ່ງກ່າວໃຫ້ແກ່ 8 ພາກສ່ວນ ພາກສ່ວນລະ 1 ຊຸດ ຄື: ສະຖາບັນການເມືອງ-ການປົກຄອງແຂວງ, ຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ, ຄະນະກວດກາພັກ-ລັດແຂວງ, ໂຄສະນາອົບຮົມແຂວງ, ແນວລາວສ້າງຊາດແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ພະແນກພາຍໃນແຂວງ.

About admins16