ນຳໃຊ້ ໂປຼແກມລາວສູ້ໆ ຫຼື Lao KYC ເພື່ອຄວາມປອດໄພ ຄອບຄົວຂອງທ່ານ ຈາກພະຍາດໂຄວິດ 19

ເພື່ອເປັນຕິດຕາມການເຄື່ອນໄຫວຂອງຜູ້ຊົມໃຊ້ໂທລະສັບໃນການເດີນທາງໄປສະຖານທີ່ຕ່າງໆ ທັງເປັນການບັນທຶກຂໍ້ມູນໃຫ້ມີຄວາມສະດວກວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າ ມາໃນຕອນເຊົ້າຂອງວັນທີ 16 ກັນຍາ 2021 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ເຜີຍແຜ່ການນຳໃຊ້ ໂປຼແກຼມລາວສູ້ ຫຼື Lao KYC  ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກ ຖວທ ແຂວງ, ທ່ານ ວັດທະນາ ໄຊຍະແສງ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າ-ຮອງຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ທ່ານ ວັດທະນາ ໄຊຍະແສງ ໄດ້ຍົກໃຫ້ເຫັນການນຳໃຊ້ແອັບ LaoKYC ສາມາດຕິດຕັ້ງໃນລະບົບມືຖື ທັງລະບົບ Android ແລະ iOS ການບໍລິການຂອງແອັບແມ່ນມີຫຼາກຫຼາຍຮູບແບບເຊັ່ນ: ການບໍລິການຂຶ້ນທະບຽນ 3 ແກຼັບ, ອາການຂອງຂ້ອຍ ( iFeel ) ໝາຍເຖິງການມີໄຂສູງ, ອາການທາງລະບົບຫາຍໃຈ, ເຈັບຄໍ, ໄປໃສ ( iGo ) ສະແກນ QR Code ເພື່ອເຊັກອິນເຂົ້າສະຖານທີ່ໃດໜຶ່ງ ແລະ ສາມາດຕິດຕໍ່ແຈ້ງເຕືອນທ່ານໄດ້ ຖ້າມີຄົນຕິດເຊື້ອພະຍາດ ໂຄວິດ 19 ໄປສະຖານທີ່ດັ່ງກ່າວໃນເວລາດຽວກັນ, ການເຄື່ອນໄຫວ ( Timeline ) ການເຄື່ອນໄຫວແມ່ນຈະສະແດງການເດີນທາງຂອງທ່ານແຕ່ລະສະຖານທີ່ ໂດຍຈະຖືກບັນທຶກຈາກການສະແກນ QR Code ເພື່ອສະແດງປະຫວັດການເຄື່ອນໄຫວຂອງທ່ານໃຫ້ຄະນະສະເພາະກິດຮັບຊາບ, ສັກວັກຊິນ ( iVac ) ແມ່ນການຂໍລົງທະບຽນ ແລະ ຈອງຄິວລ່ວງໜ້າສຳລັບການຈັດຕາຕະລາງການໃຫ້ວັກຊິນກັນພະຍາດໂຄວິດ 19 ຂອງໂຄງການໃຫ້ວັກຊິນກັນພະຍາດແຫ່ງຊາດ, ກະຊວງສາທາລະນະສຸກ, ໄປກວດ ( iTest ) ແມ່ນການລົງທະບຽນຈອງຄິວກັບແພດໝໍ ເພື່ອລໍຖ້າເຂົ້າກວດພະຍາດໂຄວິດ 19 ດ້ວຍຄວາມສະໝັກໃຈ ແລະ ສະຖານະ ( Status ) ສະແດງໃຫ້ເຫັນເຖິງຂັ້ນຕອນໃນການຂຶ້ນທະບຽນເລກໝາຍເບີໂທລະສັບ ວ່າຢູ່ໃນຂັ້ນຕອນໃດ. ພ້ອມນີ້ ທ່ານໃດທີ່ຍັງບໍ່ທັນລົງທະບຽນເບີ ແມ່ນສາມາດລົງທະບຽນຜ່ານແອັບດັ່ງກ່າວນີ້ໄດ້.

ຕອນທ້າຍ ທ່ານຍັງໄດ້ຮຽກຮ້ອງມາຍັງພາກສ່ວນຕ່າງໆ ໂດຍສະເພາະອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ຜູ້ປະກອບການ ຮ້ານຄ້າຕ່າງໆ ໃຫ້ມີ QR Code ກ່ອນຈະເຂົ້າພົວພັນ ຫຼື ຮ້ານຄ້ານັ້ນ ເພື່ອຜູ້ມາໃຊ້ບໍລິການໄດ້ສະແກນ ແລະ ເປັນການຕິດຕາມການເຄື່ອນໄຫວຂອງບຸກຄົນດັ່ງກ່າວ.

About admins16