ນາຍົກລັດຖະມົນຕີ ເນັ້ນ 5 ວຽກງານສຳຄັນ ຕໍ່ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖີ່ນ

ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນເຟີເຣັ້ນ ລະຫວ່າງສູນກາງຫາທ້ອງຖິ່ນ ຂອງຄະນະສະເພາະກິດສູນກາງກັບທ້ອງຖີ່ນ ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ 2021 ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານລັດຖະມົນຕີກະຊວງ ແລະ ເຈົ້າແຂວງ ທົ່ວປະເທດເຂົ້າຮ່ວມ, ສ່ວນແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ.

ກອງປະຊຸມທາງໄກຜ່ານວີດີໂອຄຼອນເຟິເຣັ້ນໃນຄັ້ງນີ້ ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ລາຍງານການຈັດຕັ້ງປະຕິບັດບັນດາມາດຕະການ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ການໂຄສະນາເຜີຍແຜ່, ຜັນຂະຫຍາຍ ບັນດານິຕິກຳ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອໃຫ້ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ການກະກຽມຄວາມພ້ອມດ້ານສະຖານທີ່ປີ່ນປົວ, ສູນກັກກັນ ແລະ ດ້ານຄວາມພ້ອມບຸກຄະລະກອນແພດໝໍ, ອຸປະກອນການແພດ, ສະພາບການຕິດຕາມຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ, ການປະສານງານລະຫວ່າງຄະນະສະເພາະກິດໃນແຕ່ລະຂັ້ນ ແລະ ອື່ນໆ.

ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກ 5 ວຽກງານສຳຄັນ ຄື: ວຽກຮີບດ່ວນສະເພາະໜ້າ ແມ່ນໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປັບປຸງໂຄງປະກອບດ້ານບຸກຄະລາກອນໃຫ້ຄົບຖ້ວນສົມບູນ, ປັບປຸງລະບົບແບບແຜນວິທີເຮັດວຽກໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ມີປະສິດທິພາບສູງ ຕາມຮູບແບບການບັນຊາການສູ້ຮົົບ, ຂັ້ນສູນກາງ ແມ່ນເປັນເສນາທິການບັນຊາໃຫ້ແກ່ກົມການເມືອງສູນກາງພັກ ແລະ ລັດຖະບານ, ຢູ່ຂັ້ນທ້ອງຖິ່ນ ແມ່ນເປັນເສນາ ບັນຊາໃຫ້ແກ່ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ, ອັນສຳຄັນ ຕ້ອງມີແບບປະຕິບັດງານ ທີ່ຈະແຈ້ງມີເປົ້າໝາຍ, ມີຄາດໝາຍທີ່ຮັດກຸມ, ມີກຳລັງຄົນ ກັບກຳລັງຊັບຈັດຕັ້ງປະຕິບັດຄັກແນ່, ສໍາລັບມາດຕະການຜ່ອນຜັນດ້ານການບໍລິຫານ ແລະ ສັງຄົມ ຫຼັງວັນທີ 20/5/2021 ນີ້ ໃຫ້ສົມທົບກັນຄົ້ນຄວ້າຄັກແນ່, ດ້ານການແພດນັ້ນ ໃຫ້ເອົາໃຈໃສ່ສ້າງແຜນຈັດຕັ້ງປະຕິບັດ ກ່ຽວກັບການຈັດຫາວັກຊິນ ແລະ ສັກວັກຊິນໃຫ້ໄດ້ຫຼາຍ, ໄດ້ໄວເທົ່າທີ່ຈະໄວໄດ້, ຖືວຽກນີ້ເປັນວຽກຕ້ອງສຸມໃສ່ເຮັດໂດຍບໍ່ໃຫ້ລັ່ງເລຫຍັງອີກ, ອັນໜຶ່ງອີກ ໃຫ້ຖອດບົດຮຽນນໍາປະເທດ ເພື່ອນມິດກ່ຽວກັບຢາປົວ, ຢາສະນິດໃດ ປົວແລ້ວຫາຍໄວຄວນໄດ້ນຳໃຊ້ອັນນັ້ນ, ພ້ອມກັນນັ້ນ ກໍ່ເຫັນດີປັບປຸງຍົກລະດັບເຄື່ອງມືອຸປະກອນການແພດຕາມຄວາມຈຳເປັນ ເພື່ອຄວາມສະດວກວ່ອງໄວທັນການຂຶ້ນ, ສ່ວນການຈັດສັນງົບປະມານໃຫ້ມີແຜນລະອຽດຕົວຈິງ ບໍ່ໃຫ້ເຮັດລວມໆ ຕ້ອງຈັດສັນໃສ່ອັນໃດທີ່ຈຳເປັນອີຫຼີ ແລະ ເຫັນດີສືບຕໍ່ຮັບເອົາການຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ ແລະ ໃຫ້ເອົາໃຈໃສ່ເປັນພິເສດ ນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານກັບຄວາມສ່ຽງສູງ.

About admins14