ທ່ານນາຍົກລັດຖະມົນຕີ ລົງຢ້ຽມຢາມແຂວງບໍລິຄຳໄຊ

ໃນວັນທີ 18 ພະຈິກ 2020 ຢູ່ເດີ່ນຍົນຫ້ອງວ່າການແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະປະຈຳພັກແຂວງ ໄດ້ເປັນກຽດຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ທ່ານ ປອ ກອງແກ້ວ ໄຊສົງຄາມ ໃດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ທ່ານນາຍົກຮັບຊາບວ່າ: ຜ່ານມາແຂວງບໍລິຄຳໄຊ ກໍ່ມີຫຼາຍວຽກງານພົ້ນເດັ່ນ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍໂຕຢ່າງຕໍ່ເນື່ອງ ໃນປີ 2020 ອັດຕາສະເລ່ຍ ໃນລະດັບ 2,73%, ມູນຄ່າ 5.878,2 ຕື້ກີບ, ສະເຫຼ່ຍລາຍຮັບໃສ່ພົນລະເມືອງ 18.336.343 ກີບ ເທົ່າກັບ 2.136 ໂດລ່າຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບພູດສູນກາງ ປະຕິບັດໄດ້ 294,82 ຕື້ກີບ ເທົ່າກັບ 67,12% ຂອງແຜນການປີ, ພູດທ້ອງຖິ່ນ 102,30 ຕື້ກີບເທົ່າກັບ 70,08% ຂອງແຜນການປີ, ການຜະລິດເຂົ້ານາປີ ປະຕິບັດໄດ້ 96.745 ຮຕ ເທົ່າກັບ 99,29%, ຄາດຄະເນຜົນຜະລິດເຂົ້າເປືອກບັນລຸ 143.258 ໂຕ່ນ, ປູກພືດສະບຽງອາຫານ ແລະ ພືດເປັນສິນຄ້າ 27.830 ຮຕ ລື່ນແຜນ 2,09%, ສຳລັບການສະກັນກັ້ນພະຍາດໂຄວິດ-19 ໄດ້ເກັບຕົວຢ່າງເພື່ອສົ່ງກວດວິເຄາະຊອກຫາເຊື້ອ ນັບແຕ່ວັນທີ 4 ກຸມພາ ມາຮອດປະຈຸບັນ ມີທັງໝົດ 1.842 ຕົວຢ່າງ, ໃຫ້ຜົນລົບທັງໝົດ ແລະ ສາມາດຢັ້ງຢືນວ່າ ທົ່ວແຂວງບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19, ພ້ອມນັ້ນ ທາງແຂວງຍັງໄດ້ເອົາໃຈໃສ່ສະກັດກັ້ນພະຍາດລະບາດຕ່າງໆ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍ່ໄດ້ຮັບການສົ່ງເສີມ, ຍົກສູງຄຸນນະພາບການບໍລິການເອກະສານ ຜ່ານຫ້ອງການບໍລິຫານຜ່ານປະຕູດຽວ, ໂຄງການກໍ່ສ້າງຂົວແມ່ນ້ຳຂອງແຫ່ງທີ V ບໍລິຄຳໄຊ-ບຶງການ ຢູ່ໃນຂັ້ນຕອນກະກຽມເຊັນສັນຍາກັບຜູ້ຮັບເໝົາ, ໄລຍະເວລາກໍ່ສ້າງ 36 ເດືອນ.

ໃນຕອນທ້າຍ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ທາງແຂວງຍາດມາໄດ້ໃນໄລຍະຜ່ານມາ ລວມທັງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ທ່ານໄດ້ເນັ້ນໃຫ້ການນຳຂອງແຂວງ ສູມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ສຸມໃສ່ຕ້ານ ແລະ ສະກັດກັ້ນ ກົນອຸບາຍທີ່ບໍ່ດີຂອງສັດຕູ ໃຫ້ທັນເວລາ, ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນສຳຄັນ ໃນການປຸກລະດົມຂົນຂວາຍ ໃຫ້ປະຊາຊົນບັນດາເຜົ່າ ເປັນກຳລັງແຮງເຂົ້າຮ່ວມໃນທຸກຂະບວນການພັດທະນາໃນທົ່ວສັງຄົມ, ທົບທວນຄືນຄວາມສາມາດບົ່ມຊ້ອນຂອງແຂວງໃນແຕ່ລະດ້ານ ເພື່ອເປັນທ່າແຮງພັດທະນາເສດຖະກິດ-ສັງຄົມ, ເອົາໃຈໃສ່ຍົກລະດັບການສຶກສາໃຫ້ທົ່ວເຖິງ ແລະ ມີຄຸນນະພາບ, ປັບປຸງ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ ໂດຍສະເພາະການທ່ອງທ່ຽວແບບອະນຸລັກສິ່ງແວດລ້ອມ, ຮັກສາຮີດຄອງປະເພນີ ແລະ ວິຖີຊີວິດ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ສົ່ງເສີມການລົງທຶນ, ຍົກລະດັບການຜະລິດກະສິກໍາ ໃຫ້ກາຍເປັນກະກິກຳສະອາດ. ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ພ້ອມທັງປັບປຸງແບບແຜນການດໍາລົງຊີວິດແບບໃໝ່ທີ່ດີ ຕິດພັນການປະຢັດມັດທະຍັດ-ບໍ່ຟຸມເຟືອຍ, ມີລະບຽບວິໄນ, ຫັນມາສົ່ງເສີມ ແລະ ນຳໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ເສດຖະກິດ, ຍົກລະດັບສີມືແຮງງານ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ອື່ນໆ.

About admins14