ນັກເຕະ ແດນກຸຫຼາບ ຍັງໄປລຸ້ນກັບນັກເຕະ ແດນຈຳປາ ຖ້າຊະນະ ແລະ ສະເໝີເຂົ້າຮອບສອງ ຖ້າເສຍ ກັບບ້ານ

   ການແຂ່ງຂັນ ກິລາບານແຕະ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງ ທີ 11 ທີ ແຂວງ ຊຽງຂວາງ ເປັນເຈົ້າພາບ ໃນຮອບຄັດເລືອກ ຂອງນັດທີ 2  ເປັນການພົບກັນລະຫວ່າງ ແຂວງ ບໍລິຄໍາໄຊ ກັບແຂວງ ອັດຕະປື ໄດ້ດໍາເນີນການແຂ່ງຂັນ ໃນຕອນບ່າຍຂອງວັນທີ 12 ທັນວາ 2022 ທີສະໜາມກິລາແຂວງ ຊຽງຂວາງ. ພາຍຫຼັງທີ ແຂວງ ບໍລິຄໍາໄຊ ເສຍໃຫ້ ແຂວງ ຄໍາມ່ວນ ໃນນັດທໍາອິດ 2 ປະຕູ ຕໍ່ 0

     ຜ່ານການດໍາເນີນການແຂ່ງແຂ່ງ ໃນເຄິງວາລາທໍາອິດ ແຂວງ ບໍລິຄໍາໄຊ ສາມາດ ປະຄອງບານ ແລະ ຫຼີ້ນໄດ້ດີກວ່າ ສະນັ້ນຈຶ່ງຍິງປະຕູຂຶ້ນນໍາແຂວງ ອັດຕະປຶໄປກ່ອນ 1 ປະຕູຕໍ່ 0 ສ່ວນເຄິງເວລາທິສອງ ທັງສອງຝ່າຍ ກໍ່ໄດ້ປັບປ່ຽນຮູບແບບໃນການຫຼີ້ນ  ພ້ອມທັງບຸກຍິງຝ່າຍຕົງຂ້າມຢ່າງຕໍ່ເນື່ອງ ຈົນສາມາຍິງຕິສະເໝີໄດ້ ເປັນປະຕູກັນໄດ້ 1 ຕໍ່ 1  ຫຼັງຈາກນັ້ນ ໃນນາທີ 70 ປາຍ ນັກເຕະຈາກແຂວງ ບໍລິຄໍາໄຊ ແດນກຸຫຼາບ ກໍ່ສາມາດຍິງປະຕູຂຶ້ນນໍາອີກ ເປັນປະຕູທີ 2 ສະນັ້ນຈົບ ເກມ ສອງຕັ້ງ ກໍ່ສາມາດ ເອົາຊະນະແຂວງ ອັດຕະປຶໄປໄດ້ຢ່າງງວຸດວິດ 2ປະຕູຕໍ່ 1  ເກັບຄະແນນໄປ 3 ຄະແນນ

ໃນນັດທີ 3 ນັກເຕະ ບໍລິຄໍາໄຊ ຈະລົງພົບກັບ ຈໍາປາສັກ. ໃນວັນທີ 15 ທີຈະມາເຖິງນີ້ ຖ້າຊະນະ ແລະ ສະເໝີ ກໍຈະໄດ້ເຂົ້າຮອບໄຂວສາຍ ແຕ່ຖ້າເສຍ ກໍ່ຈະຕົກຮອບທັນທີ. ສະຫຸບຫລຽນມາຮອດວັນ 12 ທັນວາ 2022 ຊຽງຂວາງເຈົ້າພາບ ໄດ້ 35ຫລຽນຄໍາ ອັນດັບທີ 1  ອັນດັບ2 ນະຄອນຫລວງ ໄດ້ 30 ຫລຽນຄໍາ ແລະ ອັນດັບ3 ກະຊວງ ປ້ອງກັນ ປະເທດ ໄດ້ 23 ຫລຽນຄໍາ ສ່ວນ ແຂວງ ບໍລິຄຳໄຊ ໄດ້ອັນກັບມີ 12ໄດ້ ຫລຽນ ຄໍາ 3 ຈາກກິລາຫມາກເສິກ ແລະ 4 ຫລຽນທອງ ລວມ 7 ຫລຽນ

 

About admin11