ນັກສຶກສາ ຮຸ່ນ 24 ທັດສະນະສຶກສາ – ແລກປ່ຽນບົດຮຽນ ຢູ່ເມືອງທ່າພະບາດ

 
ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ກັບ ນັກສຶກສາປະລິນຍາຕີ ຮຸ່ນທີ 24 ຂອງສະຖາບັນການເມືອງການປົກຄອງແຫ່ງຊາດ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2020 ຢູ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ, ເປັນກຽດເຂົ້າຮ່ວມ ໂດຍທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ, ທ່ານ ນ. ອາມິດຕາ ສີປະມວນ ຮອງເລຂາພັກເມືອງປາກງື່ມ.

ກອງປະຊຸມ ໄດ້ຮັບຟັງບົດລາຍງານການພັດທະນະເສດຖະກິດ-ສັງຄົມ ຂອງທັງສອງເມືອງ ໃນໄລຍະຜ່ານມາ ພ້ອມກັນນັ້ນ ກໍໄດ້ມີການແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອນໍາເອົາຄໍາຄິດຄໍາເຫັນດັ່ງກ່າວນີ້ ນໍາໄປຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ເກີດດອກອອກຜົນ.

ຈາກນັ້ນ ກໍ່ໄດ້ທ່ຽວຊົມການພັດທະນາເສດຖະກິດພື້ນຖານໂຄງລ່າງຂອງບ້ານທ່າບົກ ແລະ ພ້ອມທັງໄດ້ຮັບຟັງການລາຍງານຈາກນາຍບ້ານໆທ່າບົກ ນອກຈາກນີ້ ຍັງໄດ້ຂົ້າກາບໄຫວ້ຮ່ອຍພະບາດ ຢູ່ວັດພະບາດໂພນສັນ.

About admin11