ນັກສຶກສາສະຖາບັນການເມືອງການປົກຄອງແຫ່ງຊາດ ທັດສະນະສຶກສາ ທີ່ເມືອງທ່າພະບາດ


ໃນວັນທີ 11 ສິງຫາ 2020 ນັກສຶກສາຊັ້ນສູງ ລະບົບເລັ່ງລັດ 5 ເດືອນ ຮຸ່ນທີ 16 ຂອງສະຖາບັນການເມືອງການປົກຄອງແຫ່ງຊາດ ໄດ້ລົງເຄື່ອນໄຫວທັດສະນະສຶກສາ ຢູ່ເມືອງທ່າພະບາດ ໂດຍການນຳພາຂອງທ່ານ ແສງແກ້ວ ວົງລໍາພັນ ຮອງກົມຄຸ້ມຄອງການຮຽນ-ການສອນ ຂອງສະຖາບັນການເມືອງການປົກຄອງ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ສະຫວັນເພັດ ຈັນທະວົງສາ ປະທານກວດກາພັກ ເມືອງທ່າພະບາດ,  ມີບັນດາຄູ-ອາຈານ, ນັກສຶກສາ ພ້ອມດ້ວຍ ຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງ ເຂົ້າຮ່ວມ.

ໃນໂອກາດໄດ້ມາເຄື່ອນໄຫວທັດສະນະສຶກສາຄັ້ງນີ້ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ ໄດ້ລາຍງານ ການພັດທະນາເສດຖະກິດ-ສັງຄົມຂອງເມືອງທ່າພະບາດໃນໄລຍະຜ່ານມາ ພ້ອມກັນນັ້ນກໍໄດ້ມີການແລກປ່ຽນທອດຖອນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອນໍາເອົາຄໍາຄິດຄໍາເຫັນ ດັ່ງກ່າວນີ້ໄປນໍາໃຊ້ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ເກີດດອກອອກຜົນ.

ໃນໂອກາດດັ່ງກ່າວ ທີມງານນັກສຶກສາ ກໍໄດ້ມອບເງິນ 2.000.000 ກີບ ໃຫ້ເມືອງທ່າພະບາດ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານລັດ, ຈາກນັ້ນ ຄະນະນຳເມືອງທ່າພະບາດ ກໍໄດ້ນຳພາທິມງານນັກສຶກສາຢ້ຽມຢາມ ແລະ ທ່ຽວຊົມ ການພັດທະນາເສດຖະກິດພື້ນຖານໂຄງລ່າງຂອງບ້ານທ່າບົກ ໂດຍໄດ້ໃຫ້ການຕ້ອນຮັບຈາກຄະນະນຳບ້ານ ແລະ ໄດ້ຮັບຟັງການລາຍງານກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ, ການພັດທະນາພື້ນຖານທາງດ້ານເສດຖະກິດ, ການຄ້າຂາຍ, ການບໍລິການ ແລະ ວຽກງານອຶ່ນໆທີ່ປີ່ນອ້ອມ.

About admin11