ນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ທັດສະນະສຶກສາ ບໍລິສັດ SES ກໍ່ສ້າງຄົບວົງຈອນ

ໃນວັນທີ 16 ກຸມພາ 2023 ຢູ່ບໍລິສັດ SES ກໍ່ສ້າງຄົບວົງຈອນ ຈຳກັດ ໄດ້ຕ້ອນຮັບຂະບວນທັດສະນະສຶກສາຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ເຊິ່ງນຳພາໂດຍທ່ານ ອຈ ປທ ໂພຄຳ ພົມມະວົງ ຮອງຫົວໜ້າພາກວິຊາບໍລິຫານທຸລະກິດ ແລະ ໃຫ້ການຕ້ອນຮັບໂດຍ ທ່ານ ພອນໄຊ ຈີນດາວົງ ຜູ້ຈັດການທົ່ວໄປ ແລະ ທັງເປັນຕາງໜ້າຜູ້ອອກແຮງງານປະຈຳ ບໍລິສັດ SES ກໍ່ສ້າງຄົບວົງຈອນ ຈຳກັດ.

ບໍລິສັດ SES ກໍ່ສ້າງຄົບວົງຈອນ ຈໍາກັດ ຕັ້ງຢູ່ຖະໜົນເລກທີ່ 13 ໃຕ້, ບ້ານໂພນສະອາດ ເມືອງປາກຊັນ ຫ່າງຈາກເທດສະບານປະມານ 6 ກິໂລແມັດ, ບໍລິສັດ ຕິດຕັ້ງໄຟຟ້າ SES ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ່ 11 ມີນາ 1997 ມາຮອດວັນທີ 11 ມີນາ 2007 ຈຶ່ງໄດ້ເພີ່ມທຶນ ແລະ ປ່ຽນຊື່ມາເປັນ ບໍລິສັດ SES ກໍ່ສ້າງຄົບວົງຈອນ ຈຳກັດ, ດຳເນີນທຸລະກິດຕາມ 5 ຂະແໜງວຽກງານ ຄື: ຂະແໜງກໍ່ສ້າງຕາຂ່າຍ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ, ຂະແໜງກໍ່ສ້າງເຄຫາສະຖານ, ຂະແໜງໂຮງງານອຸດສາຫະກຳ ຜະລິດ ແຜ່ນອາລູຊິງ, ປະຕູມ້ວນ ແລະ ຖັງນໍ້າມັນ, ຂະແໜງ ກະສິກຳ ປູກຢາງພາລາ, ຂະແໜງຈຳໜ່າຍ ນ໋ອດ ແລະ ອຸປະກອນການໄຟຟ້າ, ເພື່ອເປັນການປະກອບສ່ວນໃນການຜະລິດເປັນສິນຄ້າພາຍໃນປະເທດ.

ມາຮອດວັນທີ່ 11 ມີນາ 2017 ໄດ້ຂະຫຍາຍເພີ່ມອີກ 1 ຂະແໜງ ຄື: ຂະແໜງໂຮງງານອຸດສາຫະກຳ SES ຈໍາກັດ, ຜະລິດໝໍ້ແປງໄຟຟ້າ ຍີ້ຫໍ້ SK, ໂຮງງານອຸດສາຫະກຳ SES ຈໍາກັດ ສາມາດຜະລິດໝໍ້ແປງໄດ້ພຽງພໍສໍາຫຼັບການຊົມໃຊ້ພາຍໃນປະເທດ ເຊິ່ງສາມາດຜະລິດໄດ້ຕັ້ງແຕ່ ຂະໜາດ 30 KVA-2.500 KVA ແລະ ໄດ້ ຖືກຮັບຮອງມາດຕະຖານ ISO 9001 – 2015, ຮັບຮອງເຄື່ອງໝາຍການຄ້າຈາກກະຊວງວິທະຍາສາດເຕັກໂນໂລຊີ ແລະ ເຄື່ອງໝາຍສິນຄ້າລາວ MADE IN LAOS ເປັນທີ່ຮຽບຮ້ອຍແລ້ວ.

ມີຕົວແທນຈໍາໜ່າຍຢູ່ 6 ແຂວງ ຄື: ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ແຂວງວຽງຈັນ, ແຂວງສະຫວັນະເຂດ, ແຂວງຈຳປາສັກ ແລະ ແຂວງອັດຕະປື.

ຂັ້ນຕອນການຜະລິດໝໍ້ແປງໄຟຟ້ານັ້ນປະກອບມີ 8 ພະແນກ ຄື: ພະແນກສາງສິນຄ້າ, ພະແນກຊີລີຄອນ, ພະແນກພັນຄອຍແຮງຕໍ່າ, ພະແນກພັນຄອຍແຮງສູງ, ພະແນກເຈ້ຍ, ພະແນກປະກອບ-ລົງຖັງ, ພະແນກເຫຼັກຖັງ ແລະ ພົ່ນສີ, ພະແນກທົດສອບຄຸນະພາບ, ໃນການຜະລິດໝໍ້ແປງຂະໜາດຕ່າງໆນັ້ນ ແມ່ນໄດ້ນໍາເຂົ້າວັດຖຸດິບຈາກຕ່າງປະເທດ, ສ່ວນຂັ້ນຕອນການຜະລິດອື່ນໆ ແມ່ນທາງໂຮງງານຜະລິດໄດ້ເອງ 100%.

About admins14