ນັກຄົ້ນຄວ້າ ປະລິນຍາໂທ ຮຸ່ນ XVII ສາຍການເມືອງ ສະຖາບັນການເມືອງ – ການປົກຄອງແຫ່ງຊາດ ພົບປະແລກປ່ຽນບົດຮຽນກັບແຂວງບໍລິຄຳໄຊ

ໃນວັນທີ 21 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ແຂວງບໍລິຄຳໄຊ ຄະນະນັກຄົ້ນຄວ້າ ປະລິນຍາໂທ ຮຸ່ນ XVII ສາຍການເມືອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງມາພົບປະແລກປ່ຽນບົດຮຽນຮ່ວມກັບແຂວງບໍລິຄຳໄຊ ເຊິ່ງນຳໂດຍທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມ ການຮຽນ – ການສອນ ສະຖາບັນການເມືອງ – ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ແລະ ເປັນກຽດຕ້ອນຮັບໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານຮອງເຈົ້າແຂວງ ໄດ້ລາຍງານສະພາບຂອງແຂວງໂດຍຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ທີ່ພົ້ນເດັ່ນ ໃນໄລຍະ 9 ເດືອນ ປິ 2022 ເປັນຕົ້ນແມ່ນ ໄດ້ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ວຽກງານ ປກຊ ວາງອອກ ແລະ 4 ແຜນງານໃຫຍ່ 41 ໂຄງການ ວຽກງານ ປກສ ກຳນົດໄວ້, ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມມູນເຊື້ອຂອງກອງທັບ, ເຄື່ອນໄຫວໂຄສະນາແນວທາງ ປກຊ – ປກສ ທົ່ວປວງຊົນຮອບດ້ານ, ເລິກເຊິ່ງ ແລະ ກວ້າງຂວາງ, ສູ້ຊົນເຮັດໃຫ້ເສດຖະກິດໂດຍລວມຂອງແຂວງຂະຫຍາຍຕົວບໍ່ຫຼຸດ 5% ລວມຍອດຜະລິດຕະພັນພາຍໃນ (GPP) ໃຫ້ບັນລຸ 6.918 ຕື້ກີບ, ການຈັດຕັ້ງປະຕິບັດໃນ 9 ເດືອນ ບັນລຸໄດ້ 5.296 ຕື້ກີບ, ອັດຕາການຂະຫຍາຍຕົວ 4,57%, ສະເລ່ຍຕໍ່ຫົວຄົນ 1.259 ໂດລາສະຫາລັດ ຫຼື 16,44 ລ້ານກວ່າກີບ.

ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ສູ້ຊົນເນື້ອທີ່ຜະລິດເຂົ້າໄດ້ 40.509 ເຮັກຕາ, ນາແຊງ 1.825 ເຮັກຕາ, ຄາດໝາຍບໍລິໂພກຊີ້ນ, ປາ, ໄຂ່ 59 ກິໂລ/ຄົນ/ປີ, ສາມາດປະຕິບັດໄດ້ 43,26 ກິໂລ/ຄົນ/9 ເດືອນ ເທົ່າກັບ 73,32%, ປະຈຸບັນທົ່ວແຂວງ ມີພົນລະເມືອງທັງໝົດ 318.179 ຄົນ, ຍິງ 157.371ຄົນ, ມີ 248 ບ້ານ, 57.683 ຄອບຄົວ, ເມືອງພົ້ນທຸກ 5 ເມືອງ, ເມືອງທຸກຍາກຍັງ 2 ເມືອງ, ມີຄອບຄົວພົ້ນທຸກ 55.414 ຄອບຄົວ, ຄອບຄົວ ທຸກຍາກຍັງ 2.249 ຄອບຄົວ, ບ້ານທຸກຍາກຍັງ 24 ບ້ານ, ມີຄອບຄົວພັດທະນາ 49.705 ຄອບຄົວ, ຊ່ວຍເຫຼືອບັນເທົາທຸກຄອບຄົວອານາຖາໄດ້ 13 ຄອບຄົວ, ປະຈຸບັນມີຄອບຄົວອະນາຖາ 102 ຄອບຄົວ.

ກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍສັງຄົມ ພາຍໃຕ້ຄໍາຂວັນທີ່ວ່າ (ໃບໄມ້ດີຫຸ້ມຫໍ່ໃບໄມ້ຂາດ, ຜູ້ຮັ່ງມີ ຊ່ວຍເຫຼືອຜູ້ທຸກຍາກ, ຜູ້ແຂງແຮງ ຊ່ວຍຜູ້ອ່ອນແອ ແລະ ຜູ້ມີໂອກາດ ຊ່ວຍເຫຼືອຜູ້ດ້ອຍໂອກາດ) ໄດ້ປະກອບສ່ວນເຂົ້າໃນການພັດທະນາສັງຄົມ ໄລຍະ 9 ເດືອນ ຜ່ານມາ ລວມເປັນມູນຄ່າ 111 ລ້ານກວ່າກີບ ແລະ 3000 ໂດລາ.

ຈາກນັ້ນ ທັງສອງຝ່າຍຍັງໄດ້ຜັດປ່ຽນກັນ ແລກປ່ຽນຄຳຄິດ ຄຳເຫັນ ຄົ້ນຄວ້າປຶກສາຫາລືຢ່າງຮອບດ້ານ ເພື່ອຖອດຖອນບົດຮຽນອັນເປັນຂໍ້ມູນ ທາງດ້ານທິດສະດີ ແລະ ບົດຮຽນທາງດ້ານພຶດຕິກຳ ໃນການປະກອບສ່ວນເຂົ້າໃນການຂຽນບົດວິທະຍານິພົນ ຂອງນັກຄົ້ນຄ້ວາດັ່ງກ່າວ.

About admins16