ນະຄອນຫຼວງວຽງຈັນ ແລະ 4 ແຂວງພາກາງ ເຊື່ອມຊຶມດຳລັດ ເລກທີ 599/ລບ ວ່າດ້ວຍລົດຂອງລັດ

ກອງປະຊຸມເຜີຍແຜ່ດຳລັດ ເລກທີ 599/ລບ ວ່າດ້ວຍລົດຂອງລັດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ແຂວງບໍລິຄຳໄຊ, ໃຫ້ກຽດເຜີຍແຜ່ໂດຍທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າຫ້ອງວ່າການ, ຂະແໜງກ່ຽວຂ້ອງຂັ້ນສູນກາງ, ຫົວໜ້າພະແນກການ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ຄຳມ່ວນ ແລະ ບໍລິຄຄຳໄຊ ເຂົ້າຮ່ວມ.

ທ່ານ ບຸນປອນ ວັນນະຈິດ ໄດ້ຍົກໃຫ້ເຫັນເຖິງຈຸດປະສົງຂອງດຳລັດສະບັບນີ້ ວ່າ: ເພື່ອກຳນົດຫຼັກການ, ລະບຽບການກ່ຽວກັບການປະກອບ, ການຄຸ້ມຄອງນໍາໃຊ້, ການປົກປັກຮັກສາ ແລະ ການສະສາງ ລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ອົງການຈັດຕັ້ງຂອງພັກ – ລັດ, ຕະຫຼອດ ຮອດພະນັກງານຜູ້ທີ່ມີສິດນໍາໃຊ້ລົດປະຈໍາຕໍາແໜ່ງການນໍາຂັ້ນສູງ ໃນການບໍລິຫານລົດຂອງລັດ ແນໃສ່ ສ້າງຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ ທັງຮັບປະກັນ ປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ການປະກອບລົດບໍລິຫານລວມຂອງແຂວງ, ນະຄອນຫຼວງວຽງຈັນ ລົດຮັບໃຊ້ວຽກງານບໍລິຫານລວມຂອງ ແຂວງ, ນະຄອນຫຼວງວຽງຈັນ ປະກອບໃຫ້ ດັ່ງນີ້: ລົດບໍລິຫານລວມຂອງແຂວງ, ນະຄອນຫຼວງວຽງຈັນ ປະກອບລົດໃຫຍ່ໃຫ້ບໍ່ເກີນ ສາມ ຫາ ເຈັດ ຄັນ, ໃນນັ້ນ ປະເພດລົດຈິບ ສາມ ຄັນ, ສ່ວນທີ່ເຫຼືອເປັນລົດຕູ້ ຫຼື ລົດກະບະ ຕາມຄວາມເໝາະສົມ, ລົດບໍລິຫານລວມຂອງຫ້ອງວ່າການ, ພະແນກການ ແລະ ທຽບເທົ່າ ປະກອບໃຫ້ຕາມໜ້າວຽກ ໜ້ອຍ ຫຼື ຫຼາຍ, ກວ້າງ ຫຼື ແຄບ, ແຕ່ປະເພດລົດໃຫຍ່ທີ່ເປັນລົດກະບະ ຫຼື ລົດຕູ້ ບໍ່ເກີນ ສາມ ຫາ ຫ້າຄັນ, ລົດຈັກບໍ່ເກີນ ຫ້າ ຄັນ, ສໍາລັບລົດຮັບໃຊ້ລວມຂອງສະຖານການສຶກສາທີ່ຂຶ້ນກັບແຂວງ, ນະຄອນຫຼວງວຽງຈັນ ແມ່ນປະກອບໃຫ້ ໂດຍອີງຕາມ ຈຳນວນພົນນັກສຶກສາ ໂດຍປະກອບ ລົດກະບະ, ລົດຕູ້ ຫຼື ລົດບັດຊາວຫ້າບ່ອນນັ່ງ ຫາ ສີ່ສິບຫ້າບ່ອນນັ່ງ ຕາມຄວາມເໝາະສົມ, ແຕ່ລົດໃຫຍ່ບໍ່ໃຫ້ເກີນ ສາມຄັນ ແລະ ລົດຈັກຈຳນວນໜຶ່ງ.

ສຳລັບ ການປະກອບລົດບໍລິຫານລວມຢູ່ຂັ້ນ ເມືອງ, ນະຄອນ ລົດບໍລິຫານລວມຂັ້ນ ເມືອງ, ນະຄອນ ປະກອບໃຫ້ ລົດຮັບໃຊ້ວຽກງານລວມຂອງເມືອງ, ນະຄອນ ປະກອບລົດກະບະ ຫຼື ລົດຕູ້ໃຫ້ບໍ່ເກີນ ສາມ ຫາ ຫົກ ຄັນ ແລະ ລົດຈັກບໍ່ເກີນ ຫ້າ ຄັນ, ລົດຮັບໃຊ້ວຽກງານລວມຂອງຫ້ອງການທີ່ຂຶ້ນກັບເມືອງ, ນະຄອນ ແລະ ທຽບເທົ່າ ທີ່ມີໜ້າວຽກ ກວ້າງຂວາງ ແລະ ມີຈຳນວນພະນັກງານ-ລັດຖະກອນຫຼາຍ ໂດຍອີງໃສ່ການພິຈາລະນາໜ້າວຽກຕົວຈິງປະກອບລົດຈັກໃຫ້ ບໍ່ເກີນ ສາມ ຄັນ. ດຳລັດສະບັບນີ້ ມີທັງໝົດ 9 ໝວດ 37 ມາດຕາ.

ພ້ອມນີ້ ຍັງໄດ້ເຜີຍແຜ່ຄຳແນະນຳ ການຈັດຕັ້ງປະຕິບັດ ລົດປະຈຳຕຳແໜ່ງການນຳລະດັບສູງ ສະບັບເລກທີ 02/ຫສນຍ ລົງວັນທີ 30 ທັນວາ 2021 ແລະ ຄຳແນະນຳ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງ ລົງວັນທີ 04 ກຸມພາ 2022.

About admins16