ທ່ຽວບໍລິຄຳໄຊ ຊົມບັ້ງໄຟພະຍານາກ

   

ເລື່ອງຄວາມເຊື່ອຖື ຕາມຕຳນານໃນບູຮານຄະດີ ໄດ້ເລົ່າຂານສືບທອດກັນມາໄດ້ຫຼາຍເຊັ່ນຄົນແລ້ວ ແຕ່ການເລົ່າຂານ ກັບປະກົດການທາງທຳມະຊາດ ເຊີ່ງເອີ້ນວ່າບັ້ງໄຟພະຍານາກ ໄດ້ກາຍເປັນເລື່ອງລື ໄປທົ່ວສັງຄົມຢ່າງກວ້າງຂວາງ ຈົນນັກວິທະຍາສາດຫຼາຍທ່ານໄດ້ມີຄວາມສົນໃຈ ແລະ ຄົ້ນຄວ້າວ່າ ປະກົດການທາງທຳມະຊາດດັ່ງກ່າວນີ້ແມ່ນເກີດມາຈາກໃສ ຍ້ອນສາເຫດໃດ ? ບັນຫານີ້ ແມ່ນເປັນບັນຫາທີ່ຊອກຄຳຕອບທີ່ຍາກທີ່ສຸດ.

ໃນຄັ້ງໜຶ່ງໃນພຸດທະການ ມີພຣະພຸດທະເຈົ້າໄດ້ສະເດັດຈາກໜອງຄັນແທ້ຜີເສື້ອນໍ້າ ຫຼື ພູເຂົາຫຼວງ (ບ່ອນພະທາດຫຼວງວຽງຈັນ) ມາຕາມແຄມແມ່ນໍ້າຂອງ ພັກເຊົາຢູ່ໂພນຈິກ-ວຽງງົວ ພະຍານາກສອງຕົນໄດ້ເຫັນພະພຸດທະເຈົ້າສະເດັດມາເຖິງໂພນຈິກ-ວຽງງົວ ກໍ່ມີຄວາມເຫຼື້ອມໃສສັດທາອອກມາຕ້ອນຮັບ ແລະ ກາບໄຫວ້ພຣະພຸດທະເຈົ້າໃຫ້ພັກເຊົາສັນເພນຢູ່ທີ່ນີ້ ແຕ່ວ່າບໍລິເວນ ສະຖານທີດັ່ງກ່າວລ້ວນແຕ່ແມ່ນບ່ອນຝັງສົບຂອງຄົນເຮົາ ພະຍານາກທັງສອງ ຈຶ່ງໄດ້ກວາດເອົາດິນຫີນຊາຍ ຕຸ້ມຂື້ນໃຫ້ເປັນໂພນສູງໃຫຍ່ ເພື່ອໃຫ້ພະພຸຣດທະເຈົ້າ ໄດ້ນັ່ງສັນເພນ ຢູ່ເທິງຈອມໂພນນັ້ນຈຶ່ງເອີ້ນວ່າໂພນສັນ, ພະຍານາກທັງສອງທີ່ມີຈິດໃຈສັດທານໍາພຸດທະສາສະໜາ ໄດ້ທູນຂໍເອົາຮອຍພຣະບາດນໍາພຣະພຸດທະເຈົ້າ ເພື່ອເປັນທີ່ກາບໄຫວ້ເຄົາລົບບູຊາຈຶ່ງໄດ້ຢຽບຮອຍພະບາດ ໄວ້ພະລານຫີນບໍລິເວນບ່ອນຕັ້ງວັດພະບາດຢູ່ໃນປະຈຸບັນນີ້ ຈຶ່ງໄດ້ເອີ້ນກັນວ່າ ວັດພະບາດໂພນສັນສືບກັນຕໍ່ໆມາ.

ຈຸດປະກາຍ ເຊີ່ງເອີ້ນວ່າບັ້ງໄຟພຣະຍານາກນີ້ ແມ່ນຈະມີແສງແດງ, ໃສ, ເຫຼື້ອມ ບໍ່ມີຄວາມຄ້າຍຄືກັບແສງດອກໄຟຟ້າ ແລະ ແສງບັ້ງໄຟຜຸແຕ່ຢ່າງໃດ ມັນຈະມີຈຸດປະກາຍຂອງແສງ ໃນສະເພາະຕົວຂອງມັນເອງ ທີ່ມີຄວາມງາມເປັນພິເສດ.
ລັກຊະນະ ການປະກາຍຕົວຂອງບັ້ງໄຟພຣະຍານາກ ເຮົາຈະເຫັນຈຸດເລີ່ມຕົ້ນປະກາຍຂອງແສງນັ້ນ ຫ່າງຈາກໜ້ານ້ຳຂື້ນເມືອ ປະມານ 15-20 ແມັດ ແລ້ວຈະມີແສງພຸ່ງຂື້້ນສູງປະມານ 50 – 80 ແມັດ ແສງກໍ່ຈະສະຫຼາຍຕົວໄປຕາມເງົາມືດ.
ຄວາມຜູກພັນຂອງປະກົດການບັ້ງໄຟພຣະຍານາກ ກັບບຸນອອກພັນສາ. ຕາມການເລົ່າຂານ ຂອງຕຳນານພຣະພຸດທະສາສະໜາ ໃນຄັ້ງໜື່ງໃນອະດີດຕະການ ພາຍຫຼັງພຣະພຸດທະເຈົ້າ ໄດ້ສຳເລັດການຕັດສະຣຸ ພຣະອົງໄດ້ຂື້້ນໄປຈຳພັນສາຢູ່ຊັ້ນດາວະດີງສາ ຄົບສາມເດືອນ ພໍຮອດມື້ເດືອນ 11 ເພັງ ພຣະພຸດທະອົງກໍ່ໄດ້ສຳເລັດການປະຕິບັດທຳ ເຊີ່ງເອີ້ນວ່າອອກພັນສາ ພະຍານາກຜູ້ທີ່ຈົ່ງຮັກພັກດີ ແລະ ບຳເພນພຽນພຣະພຸດທະອົງ ກໍ່ໄດ້ຈູດບັ້ງໄຟເພື່ອບູຊາ ເຈົ້າແມ່ນ້ຳຄົງຄາ ກໍ່ຄືການສະແດງຄວາມຮູ້ບຸນພະຄຸນ ແມ່ນ້ຳຄົງຄາດັ່ງກ່າວທີ່ພຣະພຸດທະອົງ ໄດ້ກີນໄດ້ໃຊ້ມາເປັນເວລາໜື່ງປີຜ່ານມາ ແລະ ລ້ຽງດູຊີວິດມະນຸດສາໂລກຕ່າງໆ, ນັບແຕ່ມື້ນັ້ນມາປະກົດການບັ້ງໄຟພະຍານາກກໍ່ຈະປະກົດຂື້ນ ໃນວັນເພັງ 15 ຄຳ່ ຂອງເດືອນ 11 ຂອງທຸໆປີ ໃນສະຖານທີ່ສັກສິດທີ່ເຊື່ອຖືວ່າເປັນບ່ອນຢູ່ຂອງພຣະຍານາກ.


ຈຸດປະກາຍ ບັ້ງໄຟພຣະຍານາກຢູ່ແຂວງບໍລິຄຳໄຊ ແມ່ນເຂດນ້ຳຂອງເຂດເວີນຫີນກ້ອນແກ້ວ, ເວີນບ້ານຮ້າງທ່າແປ້ນ ບ້ານພະບາດໂພນສັນ, ກຸດຟ້າແມ໊ບ ແລະ ແກ້ງອາໂຮງ ເຂດບ້ານເວີນທາດ ຂອງເມືອງທ່າພະບາດ, ແກ້ງອາໂຮງ ແມ່ນຫຼາຍຄົນໄດ້ໄສຍານາມວ່າ: ສາຍບືແມ່ນ້ຳຂອງ ເປັນບ່ອນທີ່ເລີກທີ່ສຸດຂອງແມ່ນ້ຳຂອງ ເລື່ອງລາວດັ່ງກ່າວ ກໍ່ມີການເລົ່າຂານຕິດພັນກັນມາລະຫວ່າງບຸນອອກພັນສາປະວໍລະນາກັບບັ້ງໄຟພຣະຍານາກ .

ທ່ານ ເຄນ ລໍມະນີ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ກ່າວວ່າ: ກິດຈະກຳຊົມບັ້ງໄຟພຣະຍານາກ ຢູ່ເມືອງທ່າພະບາດ ກໍ່ເປັນກິດຈະກຳໜື່ງຂອງການເປີດປີທ່ອງລາວ ຂອງແຂວງບໍລິຄຳໄຊ ເຊີ່ງໃນປີນີ້ເຫັນວ່າມວນຊົນທັງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ກໍ່ໄດ້ພາກັນມາທ່ຽວຊົມຢ່າງຫຼວງຫຼາຍ ປະກົດການທາງທຳມະຊາດ ຫຼືວ່າບັ້ງໄຟພຣະຍານາກ ໃນປີນີ້ກໍ່ເຫັນວ່າ ຂື້ນຫລາຍພໍສົມຄວນໃນແຕ່ລະຈຸດ ແຕ່ຈຸດທີ່ຂື້ນຫຼາຍກວ່າໝູ່ ແມ່ນຈຸດບ້ານຮ້າງທ່າແປ້ນ ເຂດບ້ານພະບາດ-ໂພນສັນ ເມືອງທ່າພະບາດ ພຽງແຕ່ເຮົານັ່ງຊົມ ປະມານເຄີ່ງຊົ່ວໂມງ ກໍ່ມີລູກດອກບັ້ງໄຟພຣະຍານາກ ທີ່ພຸ່ງຈາກພື້ນນຳ້ຂື້ນມາ 30 ກວ່າດອກ, ນອກນັ້ນຢູ່ຈຸດຊົມຕ່າງໆ ຕາມການສຳຫຼວດຜູ້ຊົມ ເຂົາໄດ້ບອກວ່າ ບັ້ງໄຟພຣະຍານາກໄດ້ຂື້ນມາຕະຫຼອດ ເວລາຈົນຮອດທ່ຽງຄືນ, ຄຽງຄູ່ກັບການຊົມບັ້ງໄຟພຣະຍານາກ ແລ້ວຍັງມີພິທິ ແຫ່ໂຄມໄພ, ວຽນທຽນຢູ່ວັດພະບາດໂພນສັນ ແລະ ໄຫຼເຮືອໄຟ.

About admin12