ທ່າພະບາດ ເຜີຍແຜ່ – ເຊື່ມຊືມມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI

  ໃນວັນທີ 10 ມີນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່-ເຊື່ມຊືມມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເຄນ ລໍມະນີ ກໍາມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາຄູ່ຮ່ວມງານແນວລາວສ້າງຊາດແຂວງ, ທ່ານ ນາງ ເກດແກ້ວ ກົມມະແສງ ກໍາມະການສູນກາງແນວລາວສ້າງຊາດ, ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ວົງດອນ ປັນຍານຸວົງ ປະທານແນວລາວສ້າງຊາດເມືອງ, ມີບັນດາກໍາມະການແນວລາວສ້າງຊາດເມືອງ ຫົວໜ້າຫ້ອງການ, ຮອງຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

  ກອງປະຊຸມ ໄດ້ຍົກໃຫ້ເຫັນເນື້ອໃນຂອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ສະໄໝທີ XI ທີ່ໄດ້ຈັດຂຶ້ນໃນວັນທີ 25 – 26 ພະຈິກ 2021 ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາເນື້ອໃນ, ແຜນວຽກ ແລະ ຂໍ້ຕົກລົງຕ່າງໆ ຄື: ໄດ້ຮັບຮອງເອົາການລາຍງານການເມືອງຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ທີ່ຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະໃຫຍ່ຄັ້ງທີ X ໃນໄລຍະ 5 ປີ ຜ່ານມາ, ຮັບຮອງເອົາ 4 ເນື້ອໃນການຫັນປ່ຽນໃໝ່ໃນວຽກງານແນວໂຮມ, ໄດ້ກໍານົດຮັບຮອງເອົາ 6 ແຜນວຽກຈຸດສຸມ, ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະກໍາມະການສູນກາງແນວລາວສ້າງຊາດສະໄໝທີ X , ຮັບຮອງເອົາການສະເໜີແຕ່ງຕັ້ງກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ຈໍານວນ 238 ທ່ານ, ຮັບຮອງການສະເໜີແຕ່ງຕັ້ງເອົາຄະນະປະຈໍາສູນກາງແນວລາວສ້າງຊາດ ຈໍານວນ 09 ສະຫາຍ ຍິງ 01 ສະຫາຍ, ຮັບຮອງເອົາການແຕ່ງຕັ້ງປະທານ ແລະ ຮອງປະທານສູນກາງແນວລາວສ້າງຊາດປະຈໍາການ 05 ສະຫາຍ ຍິງ 01 ສະຫາຍ, ຮັບຮອງເອົາຮອງປະທານບໍ່ປະຈໍາການ 04 ສະຫາຍ, ຍິງ 02 ສະຫາຍ, ຮັບເອົາທ່ານ ນາງ ສີພະຈັນ ນັນທະວົງສາ ຮອງປະທານສູນກາງແນວລາວສ້າງຊາດເປັນປະທານກວດກາສູນກາງແນວລາວສ້າງຊາດ.

    ໃນທ້າຍກອງປະຊຸມທາງແນວລາວສ້າງຊາດແຂວງຍັງໄດ້ມອບເຄື່ອງຄອມພິວເຕີຕັ້ງໂຕະໜຶ່ງໜ່ວຍໃຫ້ກັບແນວລາວສ້າງເມືອງເພື່ອຮັບໃຊ້ເຂົ້າໃນວຽກງານ.

 

About admin11