ຄໍາເກີດ ເຜີຍແຜ່ເຊື່ອມຊຶມນິຕິກຳ ຂອງຂະແຫນງການສຶກສາທິການ ແລະ ກິລາ

ໃນຕອນເຊົ້າຂອງວັນທີ 16 ສິງຫາ 2021 ຢູ່ສະໂມສອນໂຮງຮຽນ ມສ ນະຄອນໄຊ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມບັນດານິຕິກຳ ກ່ຽວກັບຂະແຫນງການສຶກສາທິການ ແລະ ກິລາ ປະຈຳປີ 2021 ໂດຍພາຍໃຕ້ການເປັນປະທານຂອງທ່ານ ອາຈານ ວຽງພອນ ແສງຈັນທະຜິວ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີ ອໍານວຍການໂຮງຮຽນ, ຫົວໜ້າໜ່ວຍງານ, ພ້ອມດ້ວຍຄູ-ອາຈານ ທົ່ວເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ອາຈານ ວຽງພອນ ແສງຈັນທະຜິວ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນຜ່ານດໍາລັດ ເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019 ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ເຊິ່ງບາງຕອນທ່ານກ່າວວ່າ: ຈັນຍາບັນ ແມ່ນການປະພຶດ ທີ່ພະນັກງານ-ລັດຖະກອນແຕ່ລະຄົນຕ້ອງເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດ, ຫຼັກການຈັນຍາບັນຂອງພະນັກງານ-ລັດຖະກອນ ແມ່ນເຄົາລົບ, ປະຕິບັດໜ້າທີ່ ຕາມແນວທາງຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ລະບຽບການຂອງລັດດ້ວຍຄວາມຈົງຮັກພັກດີ ແລະ ຊື່ສັດ, ຍົກສູງສະຕິຕໍ່ຊາດ ໂດຍຖືເອົາຜົນປະໂຫຍດລວມຂອງຊາດ, ປະຊາຊົນ, ສັງຄົມ ແລະ ການຈັດຕັ້ງ ສູງກວ່າຜົນປະໂຫຍດສ່ວນຕົວ, ປະພຶດ ແລະ ປະຕິບັດຢ່າງຖືກຕ້ອງ ໃນທຸກເວລາ ແລະ ສະຖານທີ່, ຮັບປະກັນຄວາມສະເໝີພາບ ລະຫວ່າງເພດ ແລະ ເຜົ່າ ຂອງພະນັກງານ-ລັດຖະກອນ, ພະນັກງານ-ລັດຖະກອນ ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ, ມີຫຼັກໝັ້ນ ສາມາດຈຳແນກມິດ-ສັດຕູຈະແຈ້ງ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ເກີດຂຶ້ນທັງພາຍໃນ ແລະ ຕ່າງປະເທດ.

ໃນກອງປະຊຸມ ຍັງໄດ້ຜ່ານບາງເນື້ອໃນຂອງກົດໝາຍວ່າດ້ວຍການສຶກສາ ( ສະບັບປັບປຸງ ), ເອກະສານ 3 ລັກສະນະ, 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນ, ແຜນພັດທະນາຂະແໜງການສຶກສາ ແລະ ກິລາ 2021-2025 ຂອງສູນກາງ ແລະ ແຂວງ, ຜົນສໍາເລັດການຈັດຕັ້ງປະຕິບັດ 15 ຄາດໝາຍຂອງແຂວງ ແລະ ເມືອງ, ຄຸນສົມບັດ ແລະ ຈັນຍາບັນຄູ, ຄວາມເປັນຜູ້ນໍາ ( ການນໍາພາ ແລະ ການຄຸ້ມຄອງ ) ແລະ ເອກະສານການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນວິທີເຮັດວຽກ.

About admin11