ທ່າພະບາດ ເປີດພິທີ ສັກຢາກັນພະຍາດສັດແຫ່ງຊາດ

ພິທີສັກຢາກັນພະຍາດສັດແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2022 ຢູ່ບ້ານຜາໂປງ ເມືອງທ່າພະບາດ, ເຊີ່ງໄດ້ກໍານົດເອົາວັນທີ 11 ພະຈິກ ຂອງທຸກໆປີ ເປັນວັນສັກຢາກັນພະຍາດແຫ່ງຊາດ ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ, ທ່ານ ບຸນເພັງ ຈັນທະວົງສຸກ ຮອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ມີຫົວໜ້າຫ້ອງການ-ຮອງຫ້ອງການ, ຂະແໜງການທີ່ກ່ຽວຂ້ອງ ຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ອໍານາດການປົກຄອງບ້ານ ເຂົ້າຮ່ວມ.

ພິທີ ທ່ານ ຄໍາເບົ້າ ໄພມະນີວົງ ຮອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຜ່ານບົດສະຫຼຸບຫຍໍ້ຜົນການຈັດຕັ້ງປະຕິບັດໃນການສັກຢາປ້ອງກັນພະຍາດສັດແຫ່ງຊາດໃນໄລຍະຜ່ານມາ, ທົ່ວເມືອງມີປະຊາກອນທັງໝົດ 29,132 ຄົນ, ປະຊາຊົນສ່ວນຫຼາຍ ມີມູນເຊື້ອດຸໝັ້ນໃນການປູກຝັງ – ລ້ຽງສັດ ແລະ ຖືເອົາການລ້ຽງເປັນຫຼັກ, ເຊີ່ງມັນສະແດງອອກທົ່ວເມືອງມີສັດລ້ຽງທັງໝົດ: ຄວາຍ 4,635 ໂຕ, ງົວ 15,969 ໂຕ, ໝູ 7,162 ໂຕ, ແບ້ 3,441 ໂຕ, ສັດປີກ 115,252 ແລະ ສັດອື່ນໆ. ໃນນັ້ນ ປີ 2021 ໄດ້ມີພິທີຈັດຂຶ້ນທີ່ບ້ານຫົງທອງ, ມີງົວ 45 ໂຕ, ໝາ 10 ໂຕ ແລະ ສັດປີກ 10 ໂຕ, ສະນັ້ນ ຄາດໝາຍສູ້ຊົນການສັກຢາປ້ອງກັນພະຍາດໃຫ້ກັບສັດລ້ຽງ ປີ 2022 – 2023 ແມ່ນ ງົວ – ຄວາຍ ໃຫ້ໄດ້ 57 % ຂອງຝູງສັດ, ແບ້ ໃຫ້ໄດ້ 27%, ໝູໃຫ້ໄດ້ 72% ສັດປີກໃຫ້ໄດ້ 47% ຂອງຝູງສັດ.

About admins14