ທ່າພະບາດ ເປີດຊຸດອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງ

  

ພິທີຝຶກອົບຮົມ ທິດສະດີການເມືອງການປົກຄອງ ລະບົບບໍາລຸງ 45 ວັນ ຊຸດທີ່ 45 ຂອງແຂວງບໍລິຄໍາໄຊ, ຊຸດທີ 3 ຂອງເມືອງທ່າພະບາດ ໄດ້ໄຂຂຶ້ນໃນວັນທີ 15 ມີນາ 2021 ຢູ່ຫ້ອງປະຊຸມໃຫຍ່ປົກຄອງເມືອງທ່າພະບາດ, ໃຫ້ກຽດເປັນປະທານ ຮ່ວມຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ພູເຂົາເງິນ ອິນທະວົງ ຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ, ມີບັນດາ ຄູ-ອາຈານ, ຫົວໜ້າຫ້ອງການ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ສໍາມະນາກອນ ເຂົ້າຮ່ວມ.

ຊຸດອົບຮົມທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຊຸດທີ 45 ຂອງແຂວງ, ຊຸດທີ 3 ຂອງເມືອງທ່າພະບາດ ເປັນການຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີມາກ-ເລນີນ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ແກ່ພະນັກງານຫຼັກແຫຼ່ງສືບທອດ ຂອງເມືອງທ່າພະບາດ ໃຫ້ມີຄວາມຮັບຮູ້ຢ່າງເປັນລະບົບ, ປັບປຸງເສີມສ້າງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຂອງພະນັກງານຂັ້ນຫຼັກແຫຼ່ງຕ່າງໆໃຫ້ມີວິໄສທັດ ໃນຄວາມເປັນເອກະພາບ ຕໍ່ການປະຕິບັດແນວທາງຍຸດທະສາດຂອງພັກ, ການກໍ່ສ້າງພັກ ພະນັກງານໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ, ມີແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ກຽມພ້ອມຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ.

About admin11