ທ່າພະບາດ ເປີດກອງປະຊຸມ ວຽກງານຮາກຖານການເມືອງ

ໃນວັນທີ 5 ເມສາ 2021 ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມ ກໍ່ສ້າງຮາກຖານການເມືອງ ພາຍໃຕ້ການເປັນປະທານຂອງທ່ານ ພັທ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ ເຂົ້າຮ່ວມ.

ຈຸດປະສົງ ກໍ່ເພື່ອສືບຕໍ່ລົງກໍ່ສ້າງຮາກຖານການເມືອງປະຈຳປີ 2021 ແລະ ຄາດໜາຍ ສືບຕໍ່ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ພະນັກງານ ສະມາຊິກພັກ – ພະນັກງານວິຊາການ, ການຈັດຕັ້ງ ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າ ພາຍໃນເມືອງ ໃຫ້ມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕີຕໍ່ການຈັດຕັ້ງ ຕໍ່ລະບຽບກົດໜາຍ, ສູ້ຊົນເຮັດໃຫ້ທົ່ວເມືອງມີຄວາມສະຫງົບປອດໄພຮອບດ້ານ ປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ເປັນວຽກຂອງທົ່ວປວງຊົນ, ສຶບຕໍ່ຊຸກຍູ້ຂະບວນການເສດຖະກິດ ແກ້ໄຂຄວາມທຸກຍາກ ໂດຍອີງໃສ່ຈຸດພິເສດ – ທ່າແຮງຂອງແຕ່ລະຄອບຄົວ, ກໍ່ສ້າງ ແລະ ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ທາງດ້ານການເມືອງ – ແນວຄິດ, ການຈັດຕັ້ງ, ແບບແຜນວິທີນໍາພາ, ວິທີເຮັດວຽກ ແລະ ປະຕິບັດ 9 ວຽກຈຸດສູມ, ແກ້ໄຂ 4 ເຖື່ອນ ໂດຍສະເພາະ ບັນຫາຢາເສບຕິດ ຕາມເງື່ອນໄຂຂອງເມືອງ.

 

About admin11