ທ່າພະບາດ ເປີດກອງປະຊຸມຄົ້ນຄວ້າ ວິທີ ແລະ ມາດຕະການຕ້ານ ແລະ ຄວບຄຸມພະຍາດສາຍພັນໃໝ່ COVID-19

ເນື່ອງຈາກວ່າປະຈຸບັນພະຍາດໄຂ້ຫວັດສາຍພັນໃໝ່ COVID-19 ຍັງມີທ່າອ່ຽງຄຸກຄາມ ແລະ ໄດ້ມີການກາຍພັນທີຮ້າຍແຮງ ເປັນສິ່ງທີ່ອັນຕະລາຍຕໍ່ຄົນໃນໂລກ, ປະເທດເຮົາ ແຂວງເຮົາ ເວົ້າລວມ, ເວົ້າສະເພາະ ເມືອງ ທ່າພະບາດ ແມ່ນ 1 ໃນ 7 ຕົວເມືອງ ຂຶ້ນກັບແຂວງບໍລິຄໍາໄຊ ເປັນປະຕູ ເຂົ້າ-ອອກ ດ້ານໃຕ້ລະຫວ່າງ ແຂວງບໍລິຄໍາໄຊ ກັບນະຄອນຫຼວງວຽງຈັນ ແລະ ມີ 13 ບ້ານຕິດກັບແມ່ນໍ້າຂອງຊາຍແດນຕິດກັບປະເທດໄທ ເຊິ່ງເປັນເງື່ອນໄຂໃນການເຄື່ອນຍ້າຍຂອງແຮງງານມາແຕ່ປະເທດໄທ ແລະ ຕ່າງແຂວງ ເຊິ່ງມີຄວາມສ່ຽງທີ່ຈະນໍາເຊື້ອພະຍາດ ເຂົ້າມາແຜ່ລະບາດຢູ່ໃນເມືອງ.

ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດດັ່ງກ່າວນີ້ ໃນຕອນເຊົ້າວັນທີ 19 ເມສາ 2021 ຢູ່ທີ່ຫ້ອງວ່າການເມືອງທ່າພະບາດ ໄດ້ເປີດກອງປະຊຸມຄົ້ນຄວ້າ ວິທີ ແລະ ມາດຕະການຕ້ານ ແລະ ຄວບຄຸມພະຍາດໄຂ້ຫວັດສາຍພັນໃໝ່ COVID-19 ພາຍໃຕ້ການເປັນປະທານ ຂອງທ່ານ ພັທ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ໂດຍການເຂົ້າຮ່ວມຂອງຄະນະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ຕະຫຼອດຮອດອໍານາດການປົກຄອງບ້ານເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ທ່ານປະທານ ກໍ່ໄດ້ຂື້ນຜ່ານແຈ້ງການ ສະບັບເລກທີ 09/ສພກ. ຂບຊ ລົງວັນທີ 19 ເມສາ 2021 ເລື່ອງການເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັນການແຜ່ລະບາດຂອງເຊື້ອພະຍາດ COVID-19 ໃນຂອບເຂດທົ່ວແຂວງບໍລິຄໍາໄຊ ແລະ ນອກນັ້ນ ທ່ານ ບຸນປອນ ຈັນທະວົງສຸກ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ຄະນະສະເພາະກິດຂັ້ນເມືອງ ກໍ່ໄດ້ລາຍງານ ການຈັດຕັ້ງເຄື່ອນໄຫວ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ໄດ້ຍົກໃຫ້ເຫັນວ່າ ໄລຍະຜ່ານມາ ພາຍໃນເມືອງໄດ້ມີ ການຈັດຕັ້ງ ແຕ່ງຕັ້ງຄະນະສະເພາະກິດຄຸ້ມຄອງຂັ້ນຕ່າງໆພາຍໃນເມືອງຂຶ້ນ, ຜັນຂະຫຍາຍນິຕິກໍາ ມາດຕະການຕ່າງໆໃຫ້ການຈັດຕັ້ງຕະຫຼອດຮອດບ້ານ, ໄດ້ມີການເຝົ້າລະວັງ ຕິດຕາມເປັນປົກກະຕິ, ມີການກໍານົດເອົາສູນກັກກັນແຍກປ່ຽວ 14 ວັນ 1 ແຫ່ງ, ມີການໂຄສະນາສຸຂະສຶກສາອະນາໄມຜ່ານທາງວິທະຍຸ ໂຄລະໂຄງບ້ານຕິດເຄື່ອງສຽງໃສ່ລົດເລາະໂຄສະນາຕາມບ້ານ, ສັກຢາປ້ອງກັນພະຍາດໂຄວິດ-19 ຢູ່ໂຮງໝໍຊຸມຊົນໄດ້ທັງໝົດ 445 ໂດສແລ້ວ ແລະ ກອງປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມໄດ້ສະເໜີກ່ຽວກັບບັນຫາຄວາມຄິດເຫັນໃນກອງປະຊຸມຢ່າງກົງໄປກົງມາ.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານຍັງໂອ້ລົມຕໍ່ບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມໄດ້ສະຫຼຸບຖອດຖອນ ແລະ ແກ້ໄຂບາງບັນຫາ ຢ່າງມີວິໄສທັດກວ້າງ ທ່ານປະທານ ຍັງໄດ້ສະແດງຄວາມເປັນຫວ່ງເປັນໄຍ ເຖິງທຸກພາກສ່ວນ ແລະ ຈົ່ງສືບຕໍ່ປະຕິບັດຕາມ, ນໍາເອົາຈິດໃຈກອງປະຊຸມໃນຄັ້ງນີ້ນໍາໄປປະຕິບັດຜັນຂະຫຍາຍຢ່າງເຂັ້ມງວດ ແລະ ມີປະສິດທີຜົນ ເຮັດໃຫ້ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.

About admin11