ທ່າພະບາດ ຮັບຟັງການເຜີຍແຜ່ ຜະລິດຕະພັນ ແລະ ການໃຫ້ບໍລິການຕ່າງໆ ຂອງທະນາຄານການຄ້າຕ່າງປະເທດລາວ

ໃນວັນທີ 17 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ ຄໍາແນະນໍາການເຂົ້າຫາແຫຼ່ງທຶນ ແລະ ບັນດາຜະລິດຕະພັນ ຂອງທະນາຄານການຄ້າຕ່າງປະເທດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ, ທ່ານ ຄອນປະເສີດ ຫຼວງສຸວັນນະວົງ ຫົວໜ້າອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງບໍລິຄໍາໄຊ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ, ອໍານາດການປົກຄອງບ້ານ ແລະ ນັກທຸລະກິດ ພາຍໃນເມືອງ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດ, ພະນັກງານລັດຖະກອນ ແລະ ປະຊາຊົນທົ່ວໄປ ໄດ້ຮັບຮູ້ – ເຂົ້າໃຈ ແລະ ມີຄວາມສາມາດເຂົ້າເຖິງການບໍລິການດ້ານຕ່າງໆຂອງ ທຄຕລ ຢ່າງທົ່ວເຖິງ, ໃນພິທີ ໄດ້ຮັບຟັງເຜີຍແຜ່ຄໍາແນະນໍາກ່ຽວກັບການເຂົ້າຫາແຫຼ່ງທຶນ ເຊິ່ງໄດ້ປະກອບມີຜະລິດຕະພັນສິນເຊື່ອຫຼາຍຢ່າງ ເຊັ່ນ: ສິນເຊື່ອເພື່ອທຸລະກິດທົ່ວໄປ, ສິນເຊື່ອເພື່ອວິສາຫະກິດຂະໜາດນ້ອຍ ແລະ ກາງ (SME), ສິນເຊື່ອເພື່ອທີ່ຢູ່ອາໄສ ແລະ ອື່ນໆ ທີ່ເປັນການປະກອບສ່ວນ ໃນການສະໜອງທຶນ ໃຫ້ແກ່ບັນດາລູກຄ້າ ເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ໃຫ້ມີຄວາມເຂັ້ມແຂງ ຊີວິດການເປັນຢູ່ດີຂຶ້ນ, ນອກຈາກນີ້ ຍັງໄດ້ຮັບຟັງ ອະທິບາຍກ່ຽວກັບບັນດາຜະລິດຕະພັນ ດ້ານການບໍລິການຕ່າງໆຂອງ ທຄຕລ ແລະ ພ້ອມທັງໄດ້ຈັດກິດຈະກໍາຖາມ – ຕອບເພື່ອຮັບຂອງລາງວັນ.

About admins14