ທ່າພະບາດ ສ້າງຂະບວນຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ – ຫວຽດນາມ

ເພື່ອເປັນການຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ – ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມື ຄົບຮອບ 45 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ ( 05 ກັນຍາ 1962 – 05 ກັນຍາ 2022 ) ໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ ໃນຕອນເຊົ້າຂອງວັນທີ 1 ສິງຫາ 2022 ເມືອງ ທ່າພະບາດ ໄດ້ຈັດກິດຈະກໍາຍາງມາລາທອນ ຢູ່ທີ່ເສັ້ນທາງປົກຄອງຫຼັງເກົ່າ.

ຈຸດເລີ່ມຕົ້ນ ເລີ່ມແຕ່ເດີ່ນຫ້ອງການ ປກສ ເມືອງ ຫາ ຫ້ອງການໂຍທາທິການ ແລະ ຂົ່ນສົ່ງ ໂດຍການນໍາໜ້າພາທາງຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມດ້ວຍການນໍາຂັ້ນເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານຫ້ອງການ ອົງການຕ່າງໆອ້ອມຂ້າງເມືອງ ເຂົ້າຮ່ວມ, ຫລັງຈາກນັ້ໜ ໄດ້ສ້າງກິດຈະກໍາ ການແຂ່ງຂັນກິລາເປຕັງຊິງຂັນເຈົ້າເມືອງ, ການແຂ່ງຂັນກິລາໃນຄັ້ງນີ້ ມີທັງໝົດມີ 51 ທີມ: ປະເພດທີມຊາຍ 31 ທີມ, ປະເພດທີມຍິງ 20 ທີມ.

ຜົນຂອງການແຂ່ງຂັນ ອັນດັບ 1 ທີມຊາຍ ໄດ້ແກ່: ປ້ຳນ້ຳມັນບົວຜັນ, ອັນດັບ 2  ຫ້ອງການພາຍໃນເມືອງ, ອັນດັບ 3 ຊຸດຝຶກອົບທິດສະດີການເມືອງ – ການປົກຄອງ ລະບົບບຳລຸງ 45 ວັນ ຊຸດທີ 04 ຂອງເມືອງ ແລະ ປະເພດທີມຍິງ ອັນດັບ 1 ໄດ້ແກ່ ປກຊ ເມືອງທ່າພະບາດ, ອັນດັບ 2 ຫ້ອງການຍຸຕິທຳ, ອັນດັບ 3 ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ເປັນກຽດມອບລ້າງວັນໃນຄັ້ງນີ້ ອັນດັບທີ1: ມອບໂດຍທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ, ອັນດັບທີ 2 ມອບໂດຍທ່ານ ສະຫວັນເພັດ ຈັນທະວົງສາ ແລະ ອັນດັບທີ 3 ມອບໂດຍທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງ ທ່າພະບາດ.

About admins14