ທ່າພະບາດ ສັາງຂະບວນການແຂ່ງຂັນຕີດອກປີກໄກ່ ສະຫລອງວັນສຳຄັນຂອງຊາດ

ຂະບວນການແຂ່ງຂັນກິລາຕີດອກປີກໄກ່ ຊີງຂັນ ປະທານ ສສຂ ປະຈໍາເຂດເລືອກຕັ້ງ ເມືອງ ທ່າພະບາດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ( 15 ສິງຫາ 1991 – 15 ສິງຫາ 2021), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ ແລະ ວັນຢຶດອໍານາດທົ່ວປະເທດ ຄົບຮອບ 76 ປີ, ໄດ້ໄຂຂຶ້ນໃນວັນທີ 13 ສິງຫາ 2021 ທີ່ເດີ່ນກິລາດອກປີກໄກ່ເມືອງ, ມີການນໍາຂັ້ນເມືອງ-ແຂວງ, ພະນັກງານ, ນັກທຸລະກິດພາຍໃນເມືອງ ເຂົ້າຮ່ວມ.

ການແຂ່ງຂັນ ໄດ້ແບ່ງອອກເປັນ ປະເພດ: ຊາຍຄູ່ ສາຍ (ກ) ມີ 6 ທີມ  ແລະ ປະເພດຊາຍຄູ່ ສາຍ (ຂ) ມີ 4 ທີມເຂົ້າຮ່ວມແຂ່ງຂັນ.

ການແຂ່ງຂັນ ໄດ້ດໍາເນີນໄປຢ່າງມ່ວນຊື່ນ ດວ້ຍຄວາມສາມັກຄີ ເຊິ່ງແຕ່ລະທິມ ໄດ້ນໍາໃຊ້ທັກສະຂອງຕົນທີ່ມີເຂົ້າໃນການແຂ່ງຂັນດ້ວຍນໍ້າໃຈນັກກິລາ, ຜ່ານການແຂ່ງຂັນ ປະເພດຊາຍຄູ່ ສາຍ (ກ) ອັນດັບທີ 1: ທີມຄູ່ ທ່ານ ຄໍາປຸ່ນ ສີຫາລາດ ແລະ ທ່ານ ກົງທອງ ພົມສະຫວັນ ເອົາຊະນະ ທີມຂອງ ທ່ານ ອຸ່ນຄໍາ ຄໍາປະເສີດ ແລະ ທ້າວ ເກດສະໜາ ແສງອາພອນ.

ສ່ວນປະເພດຊາຍຄູ່ ສາຍ (ຂ) ອັນດັບທີ 1: ທີມຄູ່ ຂອງທ່ານ ບຸນສົງ ເພັດຈະເລີນ ແລະ ທ່ານ ສົມບັດ ຈັນທະລັດ ເອົາຊະນະ ທີມຄູ່ຂອງທ່ານ ຄໍາເບົ້າ ໄພມະນີວົງ ແລະ ທ້າວ ເກດສະໜາ ແສງອາພອນ.

About admin11