ທ່າພະບາດ ຝຶກອົບຮົມ ເຕັກນິກການລ້ຽງສັດໃຫຍ່

 

ໃນວັນທີ 16 ກຸມພາ 2021 ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຊຸດຝຶກອົບຮົມ ເຕັກນິກການລ້ຽງສັດໃຫຍ່ ໃຫ້ແກ່ເຈົ້າຂອງຟາມ ແລະ ພໍ່-ແມ່ ປະຊາຊົນ ຜູ້ທີ່ລ້ຽງສັດໃຫຍ່ ພາຍໃນເມືອງ, ເປັນກຽດເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ໂດຍ ທ່ານ ສົມສະໜິດ ປະເສີດສິດ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າພະບາດ, ມີ ຄູຝຶກວິຊາການຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍນັກສໍາມະນາກອນຈໍານວນ 24 ທ່ານ, ຍິງ 2 ທ່ານ ເຂົ້າຮ່ວມ.

ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ຮຽນຮູ້ກ່ຽວກັບເຕັກນິກການລ້ຽງສັດໃຫຍ່, ການຄັດເລືອກແນວພັນສັດ, ການຈັດການທົ່ງຫຍ້າ ແລະ ວິທີການເຮັດຫຍ້າໝັກ, ເຟືອງໝັກ ແລະ ກ້ອນແຮ່ທາດ.

ພ້ອມດຽວກັນນີ້ ກໍ່ໄດ້ນໍາພານັກສໍາມະນາກອນ ລົງທັດສະນະສຶກສາຢູ່ຟາມລ້ຽງງົວທອມ ຂອງ ນາງ ສຸກສາໝອນ ປ້ອງຄໍາແສງ ຢູ່ບ້ານສາມະຄີໄຊ ເມືອງທ່າພະບາດ ພ້ອມທັງລົງປະຕິບັດຕົວຈິງ ວິທີການເຮັດຫຍ້າໝັກ ແລະ ເຟືອງໝັກ.

ຫຼັງຈາກນັ້ນ ກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ ໃຫ້ກຽດກ່າວມອບໂດຍທ່ານ ສົມສະໜິດ ປະເສີດສິດ.

About admin11