ທ່າພະບາດ ຝຶກອົບຮົມ ວຽກງານຂຶ້ນທະບຽນອອກໃບຕາດິນ

            ໃນຕອນເຊົ້າຂອງວັນທີ່  9 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີເປິດຝຶກອົບຮົມ ວຽກງານຂື້ນທະບຽນ ອອກໃບຕາດີນ ໂດຍການເປັນປະທ່ານຮ່ວມຂອງທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງ ທ່າພະບາດ ແລະ ທ່ານ ແກ້ວວົງເດືອນ ພັນທະນູສີ ຮອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີຄູ່ຝຶກຈາກກົມທີ່ດິນ ແລະ ແຂວງ ພ້ອມດ້ວຍນັກສຳມະນາກອນ ເຂົ້າຮ່ວມ.

       ໃນພິທີດັ່ງກ່າວ ທ່ານ ໄມພອນ ວັນມີໄຊ ຫົວໜ້າຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ  ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຂື້ນທະບຽນອອກໃບຕາດີນ ໃນໄລຍະຜ່ານມາ ວ່າ: ໃນໄລຍະ 01 ປີຜ່ານມາ ຫ້ອງການ ຊສ ເມືອງ ໄດ້ຮັບບູລິມະສິດເປັນເມືອງທົດລອງ ໃນການສ້າງຕັ້ງເປັນໜ່ວຍງານການອອກໃບຕາດິນແບບເປັນລະບົບ ໂດຍການນຳໃຊ້ງົບປະມານຂອງພະແນກ ຊສ ແຂວງ ເຊິ່ງປະກອບມີ 05 ຈຸງານ ແລະ ເປັນເມືອງທຳອິດຂອງແຂວງ ເພື່ອຂື້ນທະບຽນອອກໃບຕາດິນສະເພາະ.

ຕົວເລກແຜນການປີ ມີທັງໝົດ 3.519 ຕອນ, ໃນນັ້ນ ຕົວເລກຂະແໜງທີ່ດິນ 2.112 ຕອນ, ຕົວເລກຂອງເມືອງ 1.407 ຕອນ, ມີບ້ານເປົ້າໝາຍທັງໝົດ 11 ບ້ານ, ສາມາດພິສູດຫຼັກຖານອອກໃນຕາດິນໄດ້ທັງໝົດ 983 ຕອນ ເທົ່າກັບ 27,93 % ຂອງແຜນການປີ.

ການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂົ້າໃຈອັນໃໝ່ ໃຫ້ແກ່ພະນັກງານວິຊາການ ຜູ້ປະຕິບັດໜ້າທີ່ວຽກງານ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນວຽກງານຂື້ນທະບຽນ ອອກໃບຕາດິນໃຫ້ຖືກຕາມລະບຽບກົດໜາຍທີ່ວາງໄວ້.

About admin11