ທ່າພະບາດ ປິດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບບໍາລຸງ 45 ວັນ ຊຸດທີ 4

ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບບໍາລຸງ 45 ວັນ ຊຸດທີ 4 ຂອງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2022 ຢູ່ຫ້ອງວ່າການເມືອງ, ເຂົ້າຮ່ວມໂດຍ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫ້ອງການ, ແຂກຖືກເຊີນ ຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.

ຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງຄັ້ງນີ້ ໄດ້ດໍາເນີນການຮຽນ – ການສອນ ມາຕັ້ງແຕ່ວັນທີ 15 ມິຖຸນາ ຫາ ວັນທີ 9 ສິງຫາ 2022 ໄດ້ສໍາເລັດລົງຕາມລະດັບຄາດໝາຍ, ມີນັກຝຶກອົບຮົມທັງໝົດ 63 ທ່ານ, ຍິງ 34 ທ່ານ ເຊິ່ງເນື້ອໃນທີ່ນໍາມາສອນ ແມ່ນປະຕິບັດຕາມໂຄງການຫຼັກສູດ 45 ວັນ ຂອງສະຖາບັນການເມືອງ – ການປົກຄອງແຫ່ງຊາດ.

ເຊິ່ງປະກອບມີ 5 ກຸ່ມວິຊາຫຼັກ ຄື: ວິຊາປັດສະຍາ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ບໍລິຫາສາດ ແລະ ວິຊາກໍ່ສ້າງພັກ, ລວມມີ 40 ບົດ, ມີ 160 ຊົ່ວໂມງບັນຍາຍ, ຄົ້ນຄວ້າສໍາມະນາ – ແກ້ຂໍ້ຂ້ອງໃຈ 20 ຊົ່ວໂມງ ແລະ ສອບເສັງປາກເປົ່າ 40 ຊົ່ວໂມງ.

ເພື່ອຢັ້ງຢືນເຖິງຜົນສຳເລັດ ກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມ 63 ທ່ານ ພ້ອມນັ້ນ ຍັງໄດ້ມອບໃບຍ້ອງຍໍໃຫ້ນັກສຶກສາທີ່ຮຽນດີ – ຮຽນເກັ່ງ ຈໍານວນ 3 ສະຫາຍ, ມອບໃບຍ້ອງຍໍຄະນະຮັບຜິດຊອບ, ຄູ – ອາຈານ ຂັ້ນແຂວງ, ເມືອງ ຈໍານວນ 25 ສະຫາຍ, ມອບໃບຍ້ອງຍໍນັກຝຶກອົບຮົມ 28 ສະຫາຍ ແລະ ມອບໃບຊົມເຊີຍແກ່ນັກຝຶກອົບຮົມ ຈໍານວນ 32 ສະຫາຍ.

About admins14