ທ່າພະບາດ ປາຖະກະຖາ 2 ວັນປະຫວັດສາດ

           ໃນຕອນເຊົ້າຂອງວັນທີ 30 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຂື້ນ ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ( 2.12.1975 – 2.12.2020 ) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ( 13.12.1920 – 13.12.2020 ) ໃຫ້ກຽດປາຖະກະຖາເລົ່າມູນເຊື້ອ ໂດຍ ທ່ານ ປອ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ.

       ທ່ານ ປອ ດວງຕາ ມໍລະຄາສຸກ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມເປັນມາຂອງວັນຊາດທີ 2 ທັນວາ ເຊິ່ງເປັນວັນແຫ່ງໄຊຊະນະອັນຍິງໃຫຍ່ໃນປະຫວັນສາດ ແຫ່ງການຕໍ່ສູ້ຂອງປວງຊົນລາວທັງຊາດ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ເປັນເຈົ້້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອຳນາດອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນໂລກ.

ວັນຊາດ ທີ 2 ທັນວາ ໄດ້ປະກາດຂຶ້ນໃນປີ 1975 ແມ່ນວັນແຫ່ງສັນຕິພາບ ເພື່ອຄວາມກ້າວໄປສູ່ສະໄໝແຫ່ງການສ້າງສາພັດທະນາປະເທດຊາດ, ສັນຕິພາບ, ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ ຮອດປະຈຸບັນແມ່ນຄົບຮອບ 45 ປີ.

ໃນພິທີ ຍັງໄດ້ລະນຶກເຖີງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ທ່ານເກີດເມື່ອວັນທີ 13 ທັນວາ ປີ 1920 ເຊິ່ງຕະຫລອດຊີວິດຂອງເພີ່ນ ໄດ້ອຸທິດທັງກາຍ ແລະ ໃຈ ເພື່ອການປະຕິວັດ ເພື່ອກອບກູ້ເອົາຄວາມເປັນເອກະລາດ ມາໃຫ້ປວງຊົນລາວ ທ່ານໄດ້ເປັນແບບຢ່າງທີ່ດີ ໃຫ້ແກ່ປວງຊວງລາວທັງຊາດ, ສະນັ້ນພວກເຮົາໃນນາມຜູ້ສືບທອດຄວນນຳເອົາເປັນບົດຮຽນມາໝູນໃຊ້ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຕົນ ດ້ວຍນ້ຳໃຈອັນເສຍສະຫຼະ, ອົງອາດກ້າຫານ ແລະ ສະຫຼາດສ່ອງໃສ ພ້ອມທັງປົກປັກສ້າງສາ ແລະ ພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລກ້າວໄປເລື້ອຍໆ.

About admin11