ທ່າພະບາດ ປະກາດສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບວຽກງານ 3 ສ້າງ

ໃນວັນທີ 4 ພຶດສະພາ 2022 ຫ້ອງການ ບ້ານຫ້ວຍເລິກ ເມືອງທ່າພະບາດ ສະຫະພັນແມ່ຍິງເມືອງທ່າພະບາດ ໄດ້ລົງຈັດພິທີປະກາດສ້າງຄອບຄົວ ແລະ ບ້ານ ແມ່ຍິງ 3 ດີ ຕິດພັນກັບການພັດທະນາຕາມທິດ 3 ສ້າງ ຈໍານວນ 4 ບ້ານຄື: ບ້ານຫ້ວຍເລິກ, ຫາດໄຄ້, ໂພນງາມ, ຍາງເຄືອ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ ພາຍໃຕ້ການເປັນປະທານ ຂອງເຂົ້າຮ່ວມໂດຍ ທ່ານ ຄໍາປຸ່ນ ສີຫາລາດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງທ່າພະບາດ ແລະ ທ່ານ ນາງ ວິໄລພອນ ນັນທະວົງ ຮອງປະທານສະຫະພັນແມ່ຍິງເມືອງ ມີຄະນະຮັບຜິດຊອບຂັ້ນເມືອງ, ອົງການປົກຄອງບ້ານຫ້ວຍເລິກ, ຫາດໄຄ້, ໂພນງາມ ແລະ ບ້ານຍາງເຄືອ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງທ່າພະບາດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ – ຂັ້ນບ້ານ, ເຜີຍແຜ່ປື້ມຄູ່ມືເເນະນໍາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັ້ນ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດທາງ 3 ສ້າງ, ວິທີການຈັດຕັ້ງປະຕິບັດຕາມ 5 ບາດກ້າວ 11 ກິດຈະກໍາ ແບບຟອມປະເມີນການສ້າງຄອບຄົວ, ແບບຟອມປະເມີນການສ້າງບ້ານແມ່ຍິງ 3 ດີຕິດພັນກັບວຽກ 3 ສ້າງ, ເພື່ອເຮັດໃຫ້ການເກັບກໍາຂໍ້ມູນສະຖິຕິສະມາຊິກແມ່ຍິງຢູ່ເເຕ່ລະບ້ານ ໃຫ້ຖືກຕ້ອງສອດຄອງກັບຄວາມເປັນຈິງປະສົບຜົນສໍາເລັດຕາມຄາດໝາຍ, ການປະກາດສ້າງຄອບຄົວ ເເລະ ບ້ານແມ່ຍິງ 3 ດີຕິດພັນກັບ 3 ສ້າງໃນຄັ້ງນີ້ ມີຂໍ້ມູນເບື້ອງຕົ້ນຈາກທ່ານເລຂາພັກບ້ານແຈ້ງໃຫ້ຮູ້ວ່າ ຢູ່ບ້ານຫ້ວຍເລິກ ມີ 200 ກວ່າຄອບຄົວ, ບ້ານ ຫາດໄຄ້ ມີ 109 ຄອບຄົວ, ບ້ານ ຍາງເຄືອ ມີ 38 ຄອບຄົວ, ບ້ານໂພນງາມ ມີ 54 ຄອບຄົວ.

ຫຼັງຈາກນັ້ນ ຍັງໄດ້ມີການຝຶກອົບຮົມ ໃຫ້ຄະນະຮັບຜິດຊອບຂັ້ນບ້ານ ທັງ 4 ບ້ານ ເພື່ອເເນະນໍາກ່ຽວກັບແບບຟອມປະເມີນການສ້າງຄອບຄົວ, ແບບຟອມການສ້າງບ້ານແມ່ຍິງ 3 ດີ ຕິດພັນກັບ 3 ສ້າງ ໃຫ້ຄະນະຮັບຜິດຊອບຄົ້ນຄ້ວາແລກປ່ຽນບົດຮຽນໃນບາງຈຸດທີ່ຍັງບໍ່ທັນເຂົ້າໃຈ ເພື່ອເຮັດໃຫ້ການລົງຈັດຕັ້ງປະຕິບັດເກັບກໍາຂໍ້ມູນຕົວຈິງມີຄວາມລະອຽດຖືກຕ້ອງ ແລະ ໃຫ້ສໍາເລັດທັນກັບເວລາທີ່ກຳນົດໄວ້.

About admins14