ທ່າພະບາດ ປະກາດຍົກຍ້າຍບ່ອນປະຈຳການຂອງພະນັກງານ

     ຕອນບ່າຍຂອງວັນທີ 22 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງຫຼັງເກົ່າ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດຍົກຍ້າຍບ່ອນປະຈຳການ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດວງຕາ ເພຍແກ້ວ ຮອງພະແນກການເງີນ ແຂວງບໍລິຄຳໄຊ ແລະ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງທ່າພະບາດ, ມີຄະນະຈັດຕັ້ງເມືອງ, ພະນັກງານຫ້ອງການ-ການເງີນເມືອງ ເຂົ້າຮ່ວມ.

       ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງ ສະບັບເລກທີ 213/ ມທບ ວ່າດ້ວຍການຍົກຍ້າຍ ທ່ານ ກອນ ຫຼວງພິທັກ ຫົວໜ້າຫ້ອງການ – ການເງິນ ເມືອງ ໄປປະຈຳການຮັບໜ້າທີ່ ໃໝ່ ຢູ່ຫ້ອງວ່າການປົກຄອງເມືອງທ່າພະບາດ.

ທ່ານປະທານກ່າວວ່າ: ການຍົກຍ້າຍ, ຊັບຊ້ອນ, ປ່ຽນແທນບ່ອນປະຈຳການຂອງພະນັກງານລັດຖະກອນ ແມ່ນຄວາມຈຳເປັນພາວະວິໃສ, ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນການຊີ້ນຳ ນຳພາ ຂອງພັກໃນໄລຍະໃໝ່, ການຍົກຍ້າຍຊັບປ່ຽນໜ້າທີ່ ແມ່ນເພື່ອຈັດວາງບຸກຄະລາກອນ ທີ່ມີຄວາມຮູ້ ຄວາມຊຳນານງານ ເຂົ້າໃສ່ໜ້າວຽກທີ່ເໝາະສົມ ແລະ ເຫັນມີຄວາມຈຳເປັນ ເພື່ອເຮັດໃຫ້ວຽກງານນັ້ນໆ ໄດ້ຮັບການພັດທະນາດີຂຶ້ນກ່ວາເກົ່າ.

 

 

 

 

About admin11