ທ່າພະບາດ ຊຸກຍູ້ຜູ້ປະກອບອາຊີບສ່ວນບຸກຄົນ ເຂົ້າລະບົບປະກັນສັງຄົມ

       ໃນວັນທີ 4 ເມສາ 2022 ຢູ່ທີ່ວັດບ້ານຜາໂປງ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມຊຸກຍູ້ຜູ້ປະກອບອາຊີບສ່ວນບຸກຄົນ ໃນຂົງເຂດປູກຝັງ ແລະ ລ້ຽງສັດ ໃຫ້ເຂົ້າໃນລະບົບປະກັນສັງຄົມ ໂດຍການເປັນປະທານຮ່ວມຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ທ່ານ ເພັດສະໜອນ ສຸກທະວີພອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ນາງ ໂສພາ ຈັນທະວົງ ຮອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ພະນັກງານວິຊາການພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດ ພໍ່ແມ່ປະຊາຊົນຜູ້ປະກອບການປູກຟັງ ແລະ ລ້ຽງສັດ ເຂົ້າຮ່ວມ.

       ຈຸດປະສົງຂອງການໃນເປີດກອງປະຊຸມໃນຄັ້ງນີ້ ກໍ່ເພຶ່ອເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54 / ສພຊ, ເພື່ອເປັນການໂຄສະນາ ປະຊາສຳພັນເພື່ອໃຫ້ສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ພໍ່ແມ່, ປະຊາຊົນ ຜູ້ທີ່ປະກອບອາຊິບ ປູກຝັງ ແລະ ລ້ຽງສັດ ໃຫ້ຮັບຮູ້ ແລະ ເຂົ້າໃຈ ແລະ ໄດ້ອະທິບາຍຊີ້ແຈ້ງເຖິງພັນທະ ແລະ ສິດຜົນປະໂຫຍດຜູ້ທີປະກັນຕົນທີ່ຈະເຂົ້າໃຊ້ບໍລິການປະກັນສັງຄົມແບບສະໝັກໃຈ ເປັນຕົ້ນແມ່ນ: ອຸດໜູນປະກັນສຸຂະພາບ, ອຸດໜູນອອກລູກ, ອຸດໜູນປ່ວຍການ, ອຸດໜູນເສຍກຳລັງແຮງງານ, ອຸດໜູນບຳນານ, ອຸດໜູນເສຍຊີວິດ ແລະ ອຸດໜູນສະມາຊິກໃນຄອບຄົວ ໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈບັນດາເນື້ອໃນເອກະສານຕ່າງໆຢ່າງເລິກເຊິ່ງເຖີງຖອງ ໃນການຮັບອຸດໜູນນະໂຍບາຍຕ່າງໆຕາມທີ່ກົດໝາຍກົດລະບຽບປະກັນສັງຄົມກຳນົດໄວ້.

ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນນຳເອົາຄວາມຮູ້ດັ່ງກ່າວນັ້ນ ໄປເຜີຍແຜ່ໃຫ້ຄອບຄົວປະຊາຊົນຢູ່ໃນບ້ານຂອງຕົນ ສະໝັກໃຈເຂົ້າໃຊ້ບໍລິການເປັນສະມາຊິກປະກັນສັງຄົມ  ເພື່ອເປັນການສະດວກໃນການປີ່ນປົວເຈັບເປັນນອນໂຮງໝໍອື່ນໆ ໂດຍໃຊ້ບັດປະກັນສັງຄົມໂດຍບໍ່ໄດ້ເສຍເງີນ ແລະ ກໍລະນີເສຍຊີວິດ, ຮອດກະສຽນບຳນານແມ່ນຈະໄດ້ຮັບນະໂຍບາຍອຸດໜູນຕ່າງໆຕາມທີກົດໜາຍປະກັນສັງຄົມວາງອອກ.

About admin11