ທ່າພະບາດ ຈັດກອງປະຊຸມ ເຜີຍແຜ່ນິຕິກຳ ວຽກງານຄຸ້ມຄອງພົນລະເມືອງ

ໃນວັນທີ 5 ພຶດສະພາ ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງ ທ່າພະບາດ ໄດ້ຈັດກອງປະຊຸມ ເຜີຍແຜ່ນິຕິກຳ ວຽກງານຄຸ້ມຄອງພົນລະເມືອງ ໃຫ້ແກ່ພະນັກງານຂະແໜງພາຍໃນ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສົມເພັດ ຄຳມະນີ ຫົວໜ້າພະແນກພາຍໃນແຂວງ ບໍລິຄຳໄຊ ແລະ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງ ທ່າພະບາດ, ມີພະແນກການຂັ້ນແຂວງ ແລະ ຫົວໜ້າກອງບັນຊາການປກຊ – ປກສ ພາຍໃນເມືອງເຂົ້າຮ່ວມ.

ທ່ານ ສົມເພັດ ຄໍາມະນີ ໄດ້ຜ່ານກົດໝາຍວ່າດ້ວຍທະບຽນຄອບຄົວ ສະບັບປັບປຸງ ເລກທີ 44/ສພຊ ລົງວັນທີ 14 ມິຖຸນາ 2018 ທີ່ປະກອບດ້ວຍ  08 ພາກ ແລະ 70 ມາດຕາ ເຊິ່ງເນື້ອໃນໄດ້ຍົກໃຫ້ເຫັນ ຂໍ້ກໍານົດ  ຫຼັກການ, ລະບຽບການ ແລະ ມາດຕາການຕ່າງໆ ກ່ຽວກັບການຈັດຕັ້ງ, ການຄຸ້ມຄອງ, ຕິດຕາມ, ກວດກາວຽກງານທະບຽນຄອບຄົວ ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ພ້ອມກັນນັ້ນ ທີ່ປະຊຸມຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ອອກຄໍາເຫັນ ຍົກບາງບັນຫາ, ມາດຕາທີ່ຍັງບໍ່ທັນໄດ້ເຂົ້າໃຈ ແລະ ໄດ້ຮັບຟັງການຊີ້ແຈງຂອງຄະນະປະທານ ພ້ອມທັງໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ ໃຫ້ເອົາໃຈຄົ້ນຄວ້າ ແລະ ນໍາເອົານິຕິກໍາໄປເຜີຍແຜ່, ຈັດຕັ້ງປະຕິບັດໃນຂະແໜງການທີ່ຕົນຮັບຜິດຊອບໃຫ້ປາກົດຜົນເປັນຈິງຢ່າງມີປະສິດທິຜົນ.

About admin11