ທ່າພະບາດ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາ ປະຈຳປີ 2020

         ໃນລະຫວ່າງວັນທີ 20 – 21 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວເມືອງທ່າພະບາດ ປະຈຳ ສົກປີ 2020 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳປຸ່ນ ສີຫາລາດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງທ່າພະບາດ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ, ທ່ານ ຄຳສີ ຍົມມະລາດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສົມພູ ສົງຄາມຮັກ ຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາເມືອງທ່າພະບາດ, ມີກຳມະການພັກເມືອງ, ປກສ – ປກຊ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ຜູ້ອຳນວຍການແຕ່ລະກຸ່ມໂຮງຮຽນ ແລະ ຄູ – ອາຈານ ເຂົ້າຮ່ວມ.

           ກອງປະຊຸມ ຍັງໄດ້ຮັບຟັງບົດລາຍງານຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2019 -2020 ຄາດໝາຍສູ້ຊົນ ແລະ ແຜນວຽກບູລິມະສິດປະຈຳສົກຮຽນ 2020 – 2021, ຮັບຟັງບົດລາຍງານໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານການສຶກສາທິການ ແລະ ກິລາ 5 ປີ ( 2016 – 2020 ) ແລະ ແຜນພັດທະນາການສຶກສາທິການ ແລະ ກິລາ 5 ປີ ໃນຕໍ່ໜ້າ ( 2021 – 2025 ).

ເພື່ອເປັນການຢັ້ງຢືນເຖີງຜົນງານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາ ກໍ່ໄດ້ຈັດພິທີມອບໃບຍ້ອງຍໍ ໃຫ້ແກ່ຄູ – ອາຈານ ຜູ້ທີ່ມີຜົນງານດີເດັ່ນ ຫ້າວຫັນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນວຽກງານສຶກສາປະຈຳປີ 2019 -2020 ແລະ ຍ້ອງຍໍນ້ອງໆນັກຮຽນ ທີ່ຮຽນດີ ຮຽນເກັ່ງ ເສັງຈົບຊັ້ນ ມໍປາຍ ໄດ້ຄະແນນ 7 ຂຶ້ນໄປ.

     ພ້ອມນີ້ ຍັງໄດ້ເຫັນດີຮັບຮອງເອົາໂຮງຮຽນມັດທະຍົມສຶກສາ 9 ແຫ່ງ ແລະ ໂຮງຮຽນປະຖົມສຶກສາ 25 ແຫ່ງ ເປັນໂຮງຮຽນຕົວແບບປອດຢາເສບຕິດໃນສົກຮຽນ ປີ 2019 – 2020.

About admin11